ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ ພາຍໃຕ້ຫົວຂໍ້ “ການສືບສວນ-ສອບສວນຄະດີອາຍາ ຮັບປະກັນຄວາມໂປງໃສ, ຍຸຕິທໍາ ແລະ ເປັນມືອາຊີບ “ ໃນວັນທີ 14 ມີນາ 2022, ເປັນປະທານໂດຍ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ແຂກຮັບເຊີນ, ບັນດາວິທະຍາກອນ ແລະ ສຳມະນາກອນ ຢູ່ບັນດາກົມ-ກອງວິຊາສະເພາະ ອ້ອມຂ້າງກະຊວງ, ປກສ ນວ ແລະ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

+ ພັອ ແກ່ນຈັນ ພົມມະຈັກ ກ່າວວ່າ:

ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ໄດ້ຍົກລະດັບຄວາມຮູ້-ຄວາມສາມາດຂຶ້ນອີກບາດກ້າວໜຶ່ງ, ຮູ້ປະຕິບັດສິດ, ໜ້າທີ່ຂອງຕົນເອງຢ່າງຖືກຕ້ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ລະບຽບ ແລະ ຫຼັກການວິຊາສະເພາະ, ປະຕິບັດວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ຢ່າງຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 5 ວັນເຕັມ ນັບແຕ່ວັນທີ 14-18 ມີນາ 2022 ຈຶ່ງສຳເລັດ.

+ ສຳລັບເອກະສານທີ່ນຳມາຝືກອົບຮົມໃນຄັ້ງນີ້ ປະກອບມີ:

  • ເອກະສານຈັນຍາບັນ
  • ຈັນຍາທໍາຂອງ ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ
  • ເອກະສານລະບຽບວິໃນຂອງ ກຳລັງປ້ອງກັນຄວາມສະຫງົບ ສະບັບປັບປຸງ
  • ເອກະສານແຜນຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ
  • ເອກະສານຄຳສັ່ງແນະນໍາວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
  • ບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບ ການດຳເນີນຄະດີຕາມຂະບວນການຍຸຕິທຳ ຄັ້ງທີ 6
  • ບົດບັນທຶກຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ກັບ ກະຊວງ ປກສ
  • ບົດບັນທຶກກົນໄກການປະສານງານລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ກັບ ກະຊວງ ປກສ
  • ຄໍາສັ່ງແນະນໍາຂອງ ກົມໃຫຍ່ຕຳຫຼວດ ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຊີ້ນຳ-ນຳພາ, ກວດກາ ແລະ ຊຸກຍູ້ຢ່າງເດັດດ່ຽວເດັດຂາດ ໃນການສືບສວນ-ສອບສວນຄະດີອາຍາ
  • ຄຳສັ່ງແນະນຳຂອງ ກົມໃຫຍ່ຕໍາຫຼວດ ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ ໃນການໃນການເຄື່ອນໄຫວວິຊາສະເພາະສືບສວນ-ສອບສວນ ແກ້ໄຂຄະດີລັກຊັບ ແລະ ລັກລົດຈັກ
  • ວຽກງານປ້ອງກັນສະຖານທີ່ເກີດເຫດ
  • ວຽກງານຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ
  • ວຽກງານການສືບຄົ້ນຫາເປົ້າໝາຍອາຍາ, ວຽກງານຊັນນະສູດລະແວງສົງໃສ
  • ວຽກງານສ້າງລາຍຄະດີສະເພາະ
  • ວຽກງານກໍ່ສ້າງ-ນໍາໃຊ້ຕາໜ່າງປິດລັບ
  • ແຜນວາດການດໍາເນີນຄະດີອາຍາ ສໍາລັບ ເຈົ້າໜ້າທີ່ສືບສວນ-ສອບສວນ
  • ເອກະສານຍຸດທະວີທີ ການຈັບຕົວຜູ້ຖືກຕ້ອງຫາ
  • ເອກະສານຍຸດທະວີທີ ໃນການກວດຄົ້ນເຄຫະສະຖານ, ຍານພາຫະນະ ແລະ ຕົນຕົວບຸກຄົນ
  • ເອກະສານຍຸດທະວິທີ ການສອບສວນເອົາຄໍາໃຫ້ການຂອງຜູ້ຖືກເສຍ, ຂອງພະຍານ ແລະ ຜູ້ຖືກຫາ
  • ຫຼັກຖານໃນຄະດີອາຍາ
  • ການປະກອບຫຼັກຖານໃນຄະດີອາຍາ
  • ການເກັບກຳຮັກສາຫຼັກຖານ ຫຼື ເຄື່ອງຂອງກາງໃນຄະດີອາຍາ
  • ການສືບສວນ-ສອບສວນຊອກຫາ ຂໍ້ມູນຫຼັກຖານທາງເອເລັກໂຕຼນິກ
  • ການສະຫຼຸບຄະດີອາຍາ
  • ການຕີລາຄາ 4 ອົງປະກອບຂອງ ການກະທໍາຜິດທາງອາຍາ ຢ່າງພາວະວິໄສ, ຄົບຖ້ວນ, ລະອຽດ ແລະ ຊັດເຈນ
  • ເອກະສານປະກອບສຳນວນ-ສໍາເນົາຄະດີອາຍາ ສົ່ງໃຫ້ ໄອຍະການປະຊາຊົນ