ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃນວັນທີ 11 ມີນາ 2022, ເຂົ້າຮ່ວມໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, 7 ຫ້ອງ, 1 ກອງພັນ, 1 ຄ້າຍ ແລະ 4 ກອງກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງເຊກອງ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ 1 ສະຫາຍ
  • ຮອ ຂຶ້ນ ພັຕ 5 ສະຫາຍ ຍິງ 2 ສະຫາຍ
  • ຮທ ຂຶ້ນ ຮອ 14 ສະຫາຍ

ໃນໂອກາດນີ້, ພົຈວ ສົມໄຊ ພູລະຄໍາມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ແລະ ເນັ້ນໃຫ້ຮັກສາມູນເຊື້ອຄວາມດຸໝັ້ນ ໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ ພ້ອມກັນສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສໍາເລັດ.