ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ຄາດຕະກຳ, ລັກຊັບ, ອຸປະຕິເຫດ, ອັກຄີໄພ ແລະອື່ນໆ ໄດ້ສ້າງຄວາມເສຍ ຫາຍທາງດ້ານວັດຖຸ, ຊີວິດ, ສຸຂະພາບ ແລະ ສ້າງຄວາມຢ້ານກົວໃຫ້ແກ່ສັງຄົມຕໍ່ກັບບັນຫາດັ່ງກ່າວກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງ ຈັນ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຕໍ່ເນື່ອງ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ພັທ ສັກສະເຫຼີມ ວໍລະສິນ ຮອງຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງກອງບັນຊາການ ປກສ ເມືອງວັງວຽງ ແຂວງງວຽງຈັນ ວ່າ: ໃນປີ 2021, ກຳລັງວິຊາສະເພາະ ປກສ ເມືອງວັງວຽງ ໄດ້ເອົາໃຈໃສ່ຕ້ານ-ແກ້ໄຂປະກົດການຫຍໍ້ທໍ້ດ້ວຍຄວາມເສຍສະຫຼະ ແລະ ຮັບຜິດຊອບສູງ ເຮັດໃຫ້ໂດຍລວມ ແລະ ບັນຫາລາຍຄະດີຕ່າງໆແມ່ນຫຼຸດລົງ; ສະແດງອອກທົ່ວເມືອງວັງວຽງ ມີຄະດີອາຍາເກີດຂຶ້ນທັງໝົດ 20 ເລື່ອງ, ກັກຕົວ 88 ຄົນ ຍິງ 15 ຄົນ, ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ 39 ເລື່ອງ ຜູ້ຖືກຫາ 43 ຄົນ ຍິງ 1 ຄົນ. ໃນນີ້, ມີ ເຄື່ອງຂອງເສຍຫາຍເງິນກີບທະນາຄານ 304.500.000 ກີບ, ລົດຈັກ 35 ຄັນ, ໂທລະພາບ 20 ເຄື່ອງ, ຄອມພິວເຕີ 4 ເຄື່ອງ, ຈໍໂປເຈັກເຕີ 1 ຊຸດ, ໂທລະສັບ 7 ເຄື່ອງ, ແອ 17 ເຄື່ອງ, ພັດລົມ 3 ເຄື່ອງ, ແອັມ 2 ເຄື່ອງ, ລໍາໂພງ 34 ໜ່ວຍ, ເຄື່ອງສົ່ງຂໍ້ມູນຄາລາໂອເກະ 3 ເຄື່ອງ, ເຕົ້ານໍ້າອຸ່ນ 3 ເຄື່ອງ, ຕູ້ຊັກຜ້າ 1 ເຄື່ອງ, ຕູ້ແຊ 1 ເຄື່ອງ, ຕູ້ເຢັນ 2 ເຄື່ອງ, ໄດປໍ້ານໍ້າ 1 ເຄື່ອງ ແລະ ງົວ 1 ໂຕ ແລະ ວັດຖຸອື່ນໆອີກຈໍານວນໜຶ່ງ ສາມາດເກັບກູ້ວັດຖຸຂອງກາງຄືນມາໄດ້ ລົດຈັກ 15 ຄັນ, ໂທລະສັບ 3 ເຄື່ອງ, ແອ 3 ເຄື່ອງ, ໂນດບຸກ 2 ເຄື່ອງ, ໂທ ລະພາບ 15 ເຄື່ອງ, ແອັມ 2 ເຄື່ອງ, ຕູ້ລໍາໂພງ 12 ເຄື່ອງ ແລະ ເຄື່ອງສົ່ງຂໍ້ ມູນຄາຣາໂອເກະ 3 ເຄື່ອງ, ສາມາດມ້າງຄະດີຢາເສບ ຕິດໄດ້ທັງໝົດ 31 ເລື່ອງ ຜູ້ຖືກຫາ 49 ຄົນ ຍິງ 9 ຄົນ ຂອງກາງປະເພດຢາບ້າ 15.318 ເມັດ, ມີອຸບັດ ຕິເຫດເກີດຂຶ້ນທັງໝົດ 90 ເລື່ອງ, ພາຫະນະເປ່ເພ 156 ຄັນ, ຄົນໄດ້ຮັບເຄາະ ຮ້າຍທັງໝົດ 191 ຄົນ ຍິງ 34 ຄົນ. ໃນນີ້, ເສຍຊີວິດ 4 ຄົນ.

ຄຽງຄູ່ກັນນີ້, ດ້ານວຽກງານການເມືອງ-ແນວຄິດ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ ແກ່ພະນັກງານ-ນັກຮົບຢູ່ໃນຄວາມຮັບຜິດຊອບຢ່າງເປັນປົກກະຕິ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ບັນດາມູນເຊື້ອວັນສໍາຄັນຂອງຊາດ ຖືເອົາການຮ່ວມຊີວິດປະຈໍາອາທິດ, ປະຈຳເດືອນຢ່າງເປັນປົກກະຕິເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງມີຫຼັກໝັ້ນສິນທຳປະຕິວັດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ.

ທິດທາງແຜນການປີ 2022, ສືບຕໍ່ສຸມໃສ່ປະຕິບັດ 4 ແຜນງານໃຫຍ່ ແລະ ບັນດາໂຄງການຕ່າງໆທີ່ກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ, ສືບຕໍ່ເພີ່ມທະວີການເຄື່ອນ ໄຫວວຽກງານວິຊາສະເພາະໃຫ້ເຂັ້ມ ແຂງ, ສືບຕໍ່ວຽກງານຕິດຕາມ, ຊອກຮູ້ກຳແໜ້ນເປົ້າໝາຍຕ່າງໆທີ່ພົວພັນ ເຖິງຄວາມສະຫງົບທົ່ວເມືອງວັງວຽງ ໃຫ້ຄົບຖ້ວນຊັດເຈນ ແລະ ທັນເວລາ ເພື່ອຮັບປະກັນໃຫ້ເມືອງມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ.

ສັງລວມແລ້ວ, ປີ 2021, ກອງບັນຊາການ ປກສ ເມືອງວັງວຽງ ໄດ້ເອົາ ໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍ ໃນເມືອງຢ່າງຕັ້ງໜ້າ ສາມາດຮັບປະກັນ ໃຫ້ເມືອງວັງວຽງ ມີຄວາມສະຫງົບ ປອດໄພໂດຍພື້ນຖານ ໂດຍສະເພາະ ບັນຫາຢາເສບຕິດ, ລັກຊັບ, ອຸບັດຕິ ເຫດ ແລະ ປະກົດການຫຍໍ້ທໍ້ອື່ນໆທີ່ ສ້າງຄວາມເສຍຫາຍທາງດ້ານວັດຖຸ, ຊີ ວິດສຸຂະພາບເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆຫຼຸດໜ້ອຍຖອຍລົງ.