ທ້າຍອາທິດຜ່ານມາ, ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ປິດຊຸດຝຶກອົບຮົມວຽກງານປ້ອງກັນທີ່ຕັ້ງ ໃນຂອບເຂດທົ່ວປະເທດ ປະຈຳປີ 2021, ເປັນປະທານໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ພ້ອມດ້ວຍບັນດາຄູ-ອາຈານ ແລະ ນັກສຳມະນາກອນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ພັທ ແສງຄຳ ໄຊຍະວົງ ຫົວໜ້າຫ້ອງເສນາທິການ ໄດ້ໃຫ້ຮູ້ວ່າ:

ຜ່ານການຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ເຊິ່ງມີຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນປະຕິບັດມະຕິ, ຄຳສັ່ງ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນ, ພ້ອມກັນກຳແໜ້ນບັນດາບົດຮຽນຕ່າງໆ ບໍ່ວ່າຈະເປັນທິດສະດີ ກໍຄື ພາກສະໜາມ, ເຮັດໃຫ້ນັກສຳມະນາກອນຮັບຮູ້ເຂົ້າໃຈພາລະບົດບາດໜ້າທີ່ວິຊາສະເພາະ ວຽກງານປ້ອງກັນທີ່ຕັ້ງ ແລະ ປ້ອງກັນກອງປະຊຸມຕ່າງໆປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ໃຫ້ມີຄວາມປອດໄພ.

ພາຍຫຼັງສຳເລັດຊຸດຝຶກອົບຮົມ ຕະຫຼອດໄລຍະ 10 ວັນທີ່ຜ່ານມາ, ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຈຳນວນ 21 ສະຫາຍ, ເຊິ່ງມອບໂດຍ ພົຈວ ໄຊສີ ແກ້ວສະຫງ່າ.