ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ-ປ້ອງກັນກໍາລັງ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022, ໂດຍມີ ສະຫາຍ ພົຈວ ປອ ທອງເຄນ ບຸນໝັ້ນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈໍາພັກແຂວງ ປະທານຄະນະກໍາມະການກວດກາພັກ-ລັດ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ ເມືອງ ທົ່ວແຂວງວຽງຈັນ ເຂົ້າຮ່ວມ.

ສະຫາຍ ພັທ ກໍ່າ ດວງປັນຍາ ຮອງປະທານກວດກາພັກກອງບັນຊາການ, ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ກ່າວວ່າ:

ໃນ 1 ປີຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ, ສະມາຊິກພັກເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ; ພ້ອມທັງໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງພັກ, ສະມາຊິກພັກ, ກວດກາການປະຕິບັດແບບແຜນວິທີນໍາພາ ແລະ ວິທີເຮັດວຽກ.

ເຊິ່ງຜ່ານການຕິດຕາມກວດກາ ເຫັນວ່າ: ຄະນະພັກ, ສະມາຊິກພັກສ່ວນຫຼາຍ ເປັນເຈົ້າການໃນການປະຕິບັດລະບຽບຂອງພັກ, ມີຄວາມເປັນແບບຢ່າງ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ມະຕິ, ຄໍາສັ່ງຂອງຂັ້ນເທິງວາງອອກໄດ້ຢ່າງເປັນປົກກະຕິ.

ຈາກນັ້ນ, ບັນດາສະຫາຍ ຍັງໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.

ສະຫາຍ ສົມດີ ແກ້ວດາລາວິນ ຊີ້ນຳໃຫ້ຄະນະກວດກາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໃນການກວດກາ ຕ້ອງຊອກໃຫ້ເຫັນປັດໄຈໃໝ່ທີ່ຕັ້ງໜ້າເພື່ອສົ່ງເສີມ, ພ້ອມກັນນັ້ນກໍຕ້ອງຊອກໃຫ້ເຫັນບ່ອນທີ່ບໍ່ທັນສອດຄ່ອງກັບແນວທາງ, ບໍ່ຖືກກັບລະບຽບກົດໝາຍ, ມະຕິ, ຄຳສັ່ງ ເພື່ອປັບປຸງແກ້ໄຂຜົນການກວດກາ ຖ້າຫາກພົບເຫັນກໍຕ້ອງປະຕິບັດໃຫ້ເຂັ້ມງວດ.