ເມື່ອບໍ່ດົນມານີ້, ພົຈວ ແອນອຸ່ນ ອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ທັງເປັນ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ ແລະ ຊີ້ນໍາການຈັດຕັ້ງການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ເມືອງຫົວເມືອງ, ເມືອງ ຮ້ຽມ ແລະ ເມືອງຊ່ອນ.

ໂດຍທ່ານໄດ້ເນັ້ນໃຫ້ ຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງ ຕ້ອງຫັນເອົາວຽກງານຕ້ານການຄ້າມະນຸດລົງສູ່ວຽກງານຕົວຈິງ ໂດຍແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ຈັດເປັນກິດຈະກໍາ ແລະ ຂະບວນການເພື່ອລົງໂຄສະນາເຜີຍແຜ່ໃນກຸ່ມເປົ້າໝາຍ, ກຸ່ມສ່ຽງ ທີ່ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເປັນຕົ້ນແມ່ນ ເຍົາວະຊົນ, ຊາວໜຸ່ມ-ແມ່ຍິງ ພ້ອມທັງໂຄສະນາຕາມສະຖານທີ່ໂຮງຮຽນ, ບ້ານ, ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກເມືອງ ຢູ່ຕາມດ່ານທີ່ຕິດກັບຊາຍແດນ, ເຂດຫຼ່ໍແຫຼມ, ເກັບກໍາບັນດາເປົ້າໝາຍທີ່ເຂົ້າມາດໍາລົງຊີວິດ, ດໍາເນີນທຸລະກິດ ຕະຫຼອດເຖິງບັນດາແຮງງານລາວ ແລະ ແຮງງານຕ່າງປະເທດ ເພື່ອບໍ່ໃຫ້ມີການເຄື່ອນໄຫວຄ້າມະນຸດ ແລະ ກະທໍາຜິດອື່ນໆຢູ່ພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນພາຍໃນເມືອງຂອງຕົນ.

ນອກນັ້ນ, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ ຍັງໄດ້ຜ່ານດຳລັດ ເລກທີ 245/ນຍ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການຕ້ານການຄ້າມະນຸດ, ດຳລັດ 576/ນຍ ວ່າດ້ວຍ ການຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III 2021-2025 ຂອງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ; ຈາກນັ້ນ, ຄະນະຮັບຜິດຊອບຢູ່ແຕ່ລະເມືອງ ໄດ້ລາຍງານສະພາບ, ທີ່ຕັ້ງ, ຈຸດພິເສດຢູ່ພາຍໃນເມືອງຂອງຕົນໃຫ້ທ່ານປະທານໄດ້ຮັບຊາບ ໂດຍຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.