ວັນທີ 15 ພະຈິກ 2022, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ກະຊວງ ປກສ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກກົມ ແລະ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ, ເປັນປະທານ ໂດຍ ສະຫາຍ ພົຈວ ໜູໃບ ອິນທິສານ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະກົມ ພ້ອມດ້ວຍຫົວໜ້າພະແນກ, ຮອງພະແນກ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັທ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການເມືອງ ກົມ 509 ໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ບົ່ງຕົວແຕ່ງຕັ້ງ:

  • ສະຫາຍ ພັອ ລີຊວາ ໄຊຍະຊ່າງ ເປັນ ກຳມະການຄະນະພັກ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 2 ສະຫາຍ
  • ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ
  • ດັດແປງຊັ້ນ ສິບໂທ ຂຶ້ນ ຮ້ອຍຕີ 1 ສະຫາຍ ຍິງ 1 ສະຫາຍ
  • ດັດແປງຊັ້ນ ສິບໂທ ຂຶ້ນ ວາທີ 2 ສະຫາຍ ຍິງ 2 ສະຫາຍ

ໂອກາດນີ້, ສະຫາຍ ພົຈວ ໜູໃບ ອິນທິສານ ໄດ້ໂອ້ລົມຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງເປັນ ກຳມະການຄະນະພັກກົມ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກຳລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີ ພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ, ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.