ວັນທີ 16 ພະຈິກ 2022, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ, ໂດຍມີ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່ ພ້ອມດ້ວຍຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ 5 ເມືອງ ຕະຫຼອດນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ອຳໄພວັນ ອຸດຕະມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການ ປກສ ແຂວງອັດຕະປື ຈຳນວນ 39 ສະຫາຍ ຍິງ 9 ສະຫາຍ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 8 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 14 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 15 ສະຫາຍ ຍິງ 4 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 8 ສະຫາຍ ຍິງ 3 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 2 ສະຫາຍ

ໃນພິທີ, ປະທານກອງປະຊຸມ ໄດ້ໂອ້ລົມຕໍ່ພີທີ ແລະ ຜູ້ທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນ, ພ້ອມທັງໄດ້ເນັ້ນໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງຂັ້ນເທິງ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຄວາມຮັບຜິດຊອບສູງ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ເຮັດໃຫ້ ແຂວງອັດຕະປື ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.