ສະຫະພັນກຳມະບານ ກະຊວງ ປກສ ລົງຊຸກຍູ້ວຽກງານຢູ່ລັດວິສາຫະກິດບໍລິການຄວາມປອດໄພລະຫວ່າງປະເທດ ກົມໃຫຍ່ພະລາທິການ ປກສ ໃນວັນທີ 18 ພະຈິກ 2022, ນໍາໂດຍ ພັທ ຊະນະ ລັດຕະນະສີທິບ ຮອງປະທານສະຫະພັນກຳມະບານ ກະຊວງ ປກສ, ມີ ທ່ານ ບຸນຍັງ ສີສຸວັນ ປະທານ ກຳມະບານລັດວິສາຫະກິດບໍລິການຄວາມປອດໄພ ລະຫວ່າງປະເທດ ພ້ອມດ້ວຍສະມາຊິກກຳມະບານ ເຂົ້າຮ່ວມ.

ທ່ານ ບຸນຍັງ ສີສຸວັນ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນໄລະ 1 ປີຜ່ານມາ ໃຫ້ຮູ້ວ່າ: ກຳມະບານຮາກຖານໄດ້ເອົາໃຈໃສ່ສຶກ ສາອົບຮົມນຳພາການເມືອງ-ແນວຄິດ ຖືເປັນບັນຫາສຳຄັນຕົ້ນຕໍໃຫ້ແກ່ສະມາຊິກກຳມະບານ ກໍຄືພະນັກງານໃນລັດວິສາຫະກິດ, ນໍາເອົາເອກະສານຕ່າງໆຂອງພັກ ພ້ອມທັງເລັ່ງໃສ່ເນື້ອໃນຂໍ້ແຂ່ງຂັ້ນ 2 ດີ 5 ເປັນເຈົ້າເປັນເນື້ອໃນສອດຫ້ອຍເຂົ້າໃນວຽກວິຊາສະເພາະຕົວຈິງ, ຈັດຕັ້ງຄົ້ນຄວ້າເຊື່ອມຊຶມມະຕິຕ່າງໆຂອງພັກ ແລະ ມູນເຊື້ອຂອງພັກ-ຂອງຊາດ.

ຜ່ານການຄົ້ນຄວ້າເຊື່ອມຊຶມເຮັດໃຫ້ຖັນແຖວຂອງສະມາຊິກກຳມະບານ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ຕື່ນຕົວຫ້າວຫັນປະກອບສ່ວນເຂົ້າໃນຂະບວນການລວມຂອງກົມກອງ. ພ້ອມທັງເອົາໃຈໃສ່ປັບປຸງພາຍໃນໃຫ້ມີການປະຕິບັດລະບຽບຂອງກຳມະບານ ກໍຄືລະບຽບຫຼັກການຂອງລັດວິສາຫະກິດວາງອອກ, ເອົາໃຈໃສ່ໃນການຝຶກຝົນພະນັກງານໃຫ້ມີຄວາມກ້າວໜ້າ, ບຸກບືນຫ້າວຫັນເອົາໃຈໃສ່ຕໍ່ໜ້າທີ່ເພື່ອໃຫ້ມີຄວາມສາມັກຄີໃນການສ້າງເຂົ້າເປັນກຳມະບານ ແລະ ເພື່ອເປັນກຳລັງແຮງສັງລວມຊ່ວຍໜູນໃຫ້ອົງການຈັດຕັ້ງມີຄວາມເຂັ້ມແຂງ; ເຊິ່ງສະ ແດງອອກໃນການເຮັດວຽກວິຊາສະເພາະຕົວຈິ່ງ ເຊັ່ນ: ຄຸ້ມຄອງເອກະສານຂາເຂົ້າໄດ້ 3.067 ສະບັບ ແລະ ຂາອອກໄດ້ 1.237 ສະບັບ, ຄຸ້ມຄອງລົດນໍ້າມັນຮັບໃຊ້ວຽກງານບໍລິຫານທັງໝົດໄດ້ 2.433 ຖ້ຽວ, ຄຸ້ມຄອງຊີວິດການເປັນຢູ່ຂອງພະນັກງານພາຍໃນລັດວິສາຫະກິດສະໜອງເຂົ້າກິນໃຫ້ ເຮືອນຄົວລວມ 3.000 ກິໂລກຼາມ, ເຂົ້າຮ່ວມປະຊຸມແລກປ່ຽນທອດຖອນບົດຮຽນກັບລູກຄ້າໄດ້ 27 ຄັ້ງ, ເຮັດໜ້າທີ່ສິດປະຈຳການ 24 ຊົ່ວໂມງ ໄດ້ 545 ຄັ້ງ, ອອກກວດກາເວນຍາມຕາມຈຸດຕ່າງໆໄດ້ 1.670 ຄັ້ງ, ເຂົ້າຝຶກອົບຮົມພະນັກງານໃໝ່ໄດ້ 401 ຄົນ ຍິງ 49 ຄົນ, ຂະຫຍາຍຕະຫຼາດໃໝ່ໄດ້ 52 ສັນຍາ ຈໍານວນພົນ 179 ຄົນ. ນອກຈາກນີ້, ບັນດາສະມາຊິກກຳມະບານ ຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການລວມຂອງ ກົມກອງ ແລະ ກະຊວງ ປກສ ຈັດ ຂຶ້ນເປັນປົກກະຕິ.

ພັທ ຊະນະ ລັດຕະນະສີທິບ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດຢ່າງຕໍ່ເນື່ອງ ເພີ່ມທະວີໃນການຊີ້ນຳ-ນຳພາສະມາຊິກເຂົ້າຮ່ວມວຽກງານຂະບວນການແກ້ໄຂປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນໃຫ້ວ່ອງໄວທັນການ ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍສະມາຊິກ ເພື່ອເປັນກຳລັງແຮງສັງລວມຊ່ວຍໜູນໃຫ້ອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ.