ກົມກວດກາ-ກວດການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປາຖະກະຖາ ວັນສ້າງຕັ້ງກົມກວດກາ-ກວດການ ຄົບຮອບ 29 ປີ ໃນວັນທີ 9 ມັງກອນ 2023 (10 ມັງກອນ 1994-10 ມັງກອນ 2023), ປາຖະກະຖາໂດຍ ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ພະແນກ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພົຈວ ແອນ ອຸ່ນອານົງນຸດ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກົມກວດກາ-ກວດການ ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ຕະຫຼອດໄລຍະເວລາທີ່ຜ່ານມາ, ເລົ່າຮົບວິຊາສະເພາະຂອງ ກົມກວດກາ-ກວດການ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ຈາກຜົນງານທີ່ຍາດມາໄດ້ຄືດັ່ງກ່າວ ພັກ-ລັດໄດ້ມອບການຍ້ອງຍໍໃຫ້ແກ່ ກົມກວດກາ-ກວດການ ຄື: ໄດ້ຮັບນາມມະຍົດເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 9 ສະໄໝ.

ການຍ້ອງຍໍກົມກອງລວມໝູ່: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ໄດ້ 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III ໄດ້ 2 ໜ່ວຍ ແລະ ໃບຍ້ອງຍໍຂັ້ນຕ່າງໆອີກຈຳ ນວນໜຶ່ງ; ປະເພດບຸກຄົນ: ໄດ້ຮັບຍ້ອງຍໍຫຼຽນໄຊພິລະອາດຫານ ຊັ້ນ III ໄດ້ 2 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I ໄດ້ 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II 29 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III ໄດ້ 35 ໜ່ວຍ, ຫຼຽນກາແຮງງານ 54 ໜ່ວຍ ແລະ ໃບຍ້ອງຍໍຂັ້ນຕ່າງໆ 47 ໃບ.

ຈາກຜົນງານດັ່ງກ່າວ ໄດ້ສະແດງເຖິງການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງທາງດ້ານປະລິມານ ແລະ ຄຸນນະພາບຂອງ ກົມກວດກາ-ກວດການ ພາຍໃຕ້ການຊີ້ນຳ-ນໍາພາອັນສະຫຼາດສ່ອງໃສຂອງການນຳພັກ-ລັດ ກໍຄື ການນຳກະຊວງປ້ອງກັນຄວາມສະຫງົບ ໃນການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການກໍ່ສ້າງກົມກວດກາ-ກວດການ, ແມ່ນຜົນງານແຫ່ງການອອກເຫື່ອເທແຮງປະຕິບັດໜ້າທີ່ການເມືອງ ຢ່າງຕັ້ງໜ້າຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ທົ່ວກົມກວດກາ-ກວດການ, ແມ່ນຜົນງານການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂອງພັກ-ລັດ, ປະຊາຊົນບັນດາເຜົ່າ ແລະ ກົມກອງ ອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!