ວັນທີ 9 ມັງກອນ 2023, ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023, ພາຍໃຕ້ການເປັນປະທານໂດຍ ພົຈວ ໄຊສິີ ແກ້ວສະຫງ່າ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ໄຊສີ ແກ້ວສະຫງ່າ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກອງບັນຊາການ, ບັນດາກົມກອງທີ່ມາຈາກ ປກສ ແຂວງ, ນະຄອນຫຼວງ ທີ່ຈະໄດ້ພ້ອມກັນສຸມໃສ່ສະຫຼຸບຕີລາຄາການນຳພາ-ຊີ້ນຳ, ການບັນຊາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການ ປີ 2023.

ພ້ອມນີ້, ກໍໄດ້ຮັບຟັງລາຍງານ, ການປະກອບຄຳຄິດຄຳເຫັນຂອງບັນດາກົມກອງ, ຫ້ອງ, ກອງພັນ, ກອງຮ້ອຍ ແລະ ສູນຝຶກວິຊາສະເພາະ ແລະ ທ່ານຍັງໄດ້ເນັ້ນໜັກໃນການຄົ້ນຄວ້າເນື້ອໃນກອງປະຊຸມໃນຄັ້ງນີ້ ຈິດໃຈແມ່ນໃຫ້ມີຄວາມເປັນເອກະພາບ ໃນການຕີລາຄາສະພາບຮອບດ້ານ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນສິ່ງທີ່ເຮັດໄດ້, ສິ່ງທີ່ເປັນບົດຮຽນ ແລະ ສິ່ງທີ່ຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄື ການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງ, ທັນສະພາບການ ແລະ ຮັບປະກັນໃນການກຳນົດແຜນວຽກຈຸດສຸມຕໍ່ໜ້າ ແລະ ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກຳລັງ.

ຈາກນັ້ນ, ພັທ ສົມລີ ຊາວານາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ໄດ້ຜ່ານຮ່າງບົດສະຫຼຸບ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໂດຍຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະ ການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ ທີ່ສົ່ງຜົນກະທົບຕໍ່ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຍັງໄດ້ຍົກໃຫ້ເຫັນເຖິງຜົນງານດີເດັ່ນທີ່ຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ກຳລັງປ້ອງກັນທີ່ຕັ້ງ ຈະຕ້ອງໄດ້ຮ່ວມມືກັນແກ້ໄຂ, ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ.

ໂອກາດດຽວກັນ, ພົຈວ ໄຊສີ ແກ້ວສະຫງ່າ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງປະຈຳການກຽມພ້ອມສູ້ຮົບ ນັບແຕ່ຂັ້ນກອງບັນຊາການ ລົງຮອດກອງພັນ, ກອງຮ້ອຍ ໃຫ້ເຂັ້ມງວດ, ສືບຕໍ່ປັບປຸງບູລະນະກົງຈັກການຈັດຕັ້ງ ໃຫ້ເຂັ້ມແຂງ, ກະທັດຮັດ, ໂປ່ງໃສ, ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍຕ່າງໆຕໍ່ນາຍ ແລະ ພົນຕຳຫຼວດ ໃຫ້ຖືກຕ້ອງຕາມນະໂຍບາຍຂອງພັກ-ລັດວາງອອກ.