ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( 512 ) ກະ ຊວງ ປກສ ໄດ້ຈັດພິທີຫວນຄືນ ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ໃນວັນທີ 26 ມັງກອນ 2023, ມີຄະນະພັກ, ຄະນະກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະ ນັກງານ-ນັກຮົບກົມ 512 ເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ຫົວໜ້າກົມ 512 ໄດ້ຍົກໃຫ້ເຫັນ ເຖິງປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ. 20 ມັງກອນ ປີ 1949 ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳ ພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ຢ່າງມີໄຊ.

ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊ ເຕີບໃຫຍ່ຂະຫຍາຍຕົວ 74 ປີຜ່ານມາ, ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ: ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວ.

ພ້ອມນັ້ນ, ທ່ານຍັງໄດ້ເຜີຍແພ່ເອກະສານບົດຄຳເຫັນຊີ້ນຳ ແລະ ບົດກ່າວປິດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກປະທານ ປະເທດຕໍ່ກອງປຸມຊຸມວຽກງານການເມືອງ- ແນວຄິດທົ່ວປະເທດ ຄັ້ງທີ V, ບົດສະຫຼຸບຕີລາຄາສະພາບການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານການເມືອງແນວຄິດໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ເອກະສານຕັ້ງໜ້າຜັນຂະຫຍາຍມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ.