ໃນວັນທີ 28 ມິຖຸນາ 2023, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄົ້ນຄວ້າ 3 ຫົວຂໍ້ວິທະຍາສາດ ປ້ອງກັນຄວາມສະຫງົບ, ເຊິ່ງເປັນປະທານໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມ 512, ມີບັນດາຄະນະຮັບຜິດຊອບ, ວິທະຍາຄານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ກົມ 512 ເຂົ້າຮ່ວມ.
+ ພົຈວ ສະແຫວງ ພົມມະລີ ກ່າວວ່າ:
ການຈັດກອງປະຊຸມຄັ້ງນີ້ ກໍເພື່ອຜ່ານຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຮັບຮອງ 3 ຫົວຂໍ້ວິທະຍາສາດ ຄື:
- ເພີ່ມທະວີບົດບາດການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະໃໝ່
- ກໍ່ສ້າງ ແລະ ປັບປຸງລະບົບການສຶກສາຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບສູງ
- ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝ
ທັງນີ້, ກໍເພື່ອເຮັດໃຫ້ແຜນການເຄື່ອນໄຫວ, ແນະນໍາໂຄງຮ່າງການຄົ້ນຄວ້າຂຽນບົດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ທັງຮັບປະກັນໄດ້ຄຸນນະພາບຕໍ່ໜ້າທີ່ການເມືອງ ດີຂຶ້ນເປັນກ້າວໆ.