ໜ້າຫຼັກ Tags ແຂວງຄຳມ່ວນ

Tag: ແຂວງຄຳມ່ວນ

ນໍ້າຖ້ວມ 10 ເມືອງທົ່ວແຂວງຄຳມ່ວນ ປະຊາຊົນຍັງຕ້ອງການຄວາມຊ່ວຍເຫຼືອດ່ວນ

ໄລຍະຕົ້ນເດືອນກໍລະກົດ ເຖິງປັດຈຸບັນແຂວງຄໍາມ່ວນ ມີຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງ ເຊິ່ງມີ 10 ເມືອງໄດ້ຮັບຜົນເສຍຫາຍ ແລະ ມີບ້ານທີ່ຖືກນໍ້າຖ້ວມ 309 ບ້ານ, ມີ 13.589 ຄອບຄົວ, ມີເນື້ອທີ່ນາຖືກນໍ້າຖ້ວມທັງໝົດ 25.049,11 ເຮັກຕາ, ເນື້ອທີ່ນາຖືກເສຍຫາຍ 2.044 ເຮັກຕາ, ເນື້ອທີ່ສວນຖືກນໍ້າຖ້ວມ 305 ເຮັກຕາ ແລະ ມີສັດລ້ຽງຂອງປະຊາຊົນຕາຍຈໍານວນຫຼາຍ; ເຊິ່ງປະຊາຊົນທີ່ຖືກຜົນກະທົບແມ່ນຍັງມີຄວາມຕ້ອງການຄວາມຊ່ວຍເຫຼືອດ່ວນ...

ແຂວງຄຳມ່ວນ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

ໃນອາທິດຜ່ານມາ, ສະຫະພັນແມ່ຍິງແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ປາຖະກະຖາໂດຍ ທ່ານ ນາງ ບຸນຊ່ຽນ ມະນີວັນ ຮອງປະທານສະຫະພັນແມ່ຍິງແຂວງຄໍາມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ,...

ແຂວງຄຳມ່ວນ ສຳເລັດກອງປະຊຸມວຽກງານ 3 ສ້າງ

ແຂວງຄຳມ່ວນ ໄດ້ສໍາເລັດການຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-11 ກໍລະກົດ 2018 ໂດຍການເປັນປະທານຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ເຂົ້າຮ່ວມມີ ທ່ານ ປອ...

ແຂວງຄຳມ່ວນ ປາຖະກະຖາ 3 ວັນປະຫວັດສາດ

ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາລະນຶກຄືນວັນວັນເກີດ ປະທານ ສຸພານຸວົງ ຄົບຮອບ 109 ປີ (13 ກໍ ລະກົດ 1909-13 ກໍລະກົດ 2018), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 41 ປີ (18 ກໍລະກົດ 1977-19 ກໍລະກົດ 2018) ແລະ ວັນສ້າງຕັ້ງສາຍພົວພັນການທູດ...

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ແຂວງຄຳມ່ວນ ຄັ້ງທີ 11 ສະໄໝທີ IX

ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ IX ຂຶ້ນຢ່າງເປັນທາງການ ໃນວັນທີ 25 ມິຖຸນາ 2018 ເປັນປະທານໂດຍ ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ຕາງໜ້າຄະນະປະທານ ແລະ...

ເມືອງມະຫາໄຊ ປະກາດ 15 ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີ

ຫ້ອງການຈຸດສຸມປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຈັດພິທີປະກາດ-ຮັບຮອງເອົາ 15 ບ້ານ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານປ່າໜາມ, ບ້ານນາກະທ້າງທົ່ງ, ບ້ານນາກະທ້າງດົງ, ບ້ານນາໝາກບ້າ, ບ້ານນາສະຖຸງ, ບ້ານນາຈະລຸ້ມ, ບ້ານດອນພູຄຳ, ບ້ານນ້ຳມະລາ, ບ້ານກາວະ, ບ້ານຜາແຄນ, ບ້ານຜາກີ່ວ, ບ້ານນາຈານ, ບ້ານໂພນສະໝືມ, ບ້ານກວນຫຼວງ...

ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນ ເປີດຊຸດຮຽນລະບົບກໍ່ສ້າງ ວິຊາສະເພາະກົດລັບ ແລະ ສື່ສານ ຊຸດທີ 1

ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນ ໄດ້ເປີດຊຸດຮຽນລະບົບກໍ່ສ້າງວິຊາສະເພາະກົດລັບ ແລະ ສື່ສານ ຊຸດທີ 1 ໃຫ້ແກ່ນັກຮຽນນາຍສິບ ຮຸ່ນທີ XI ໃນວັນທີ 11 ພຶດສະພາ 2018, ເປັນປະທານໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງ;...

ມອບເຄື່ອງຊ່ວຍເຫຼືອນັກຮຽນຊົນເຜົ່າ ແຂວງຄຳມ່ວນ

ມູລະນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮ່ວມກັບຄອບຄົວການນໍາແຂວງຄໍາມ່ວນ, ສະມາຄົມນັກທຸລະກິດຍິງ ແຂວງ ໄດ້ພ້ອມກັນນໍາເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກິລາ ແລະ ອຸປະກອນການຮຽນມາມອບໃຫ້ນ້ອງນັກຮຽນໂຮງຮຽນສາມັນຊົນເຜົ່າ ເມືອງທ່າແຂກ ແຂວງຄໍາມ່ວນ ໃນທ້າຍອາທິດຜ່ານມາ, ຕາງໜ້າມອບໂດຍ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ປະທານມູລະນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ມີອາຈານ ເກສອນ ເມກວິຊຽນ...

ໃນຊ່ວງປີໃໝ່ລາວ ມີຜູ້ເສຍຊີວິດຈາກອຸບັດຕິເຫດ 5 ຄົນ ໃນແຂວງຄຳມ່ວນ

ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄໍາມ່ວນ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ພສ 2561, ເຊິ່ງສຸມໃສ່ວຽກງານປ້ອງກັນຈັດຕັ້ງກໍາລັງ ເຮັດໜ້າທີ່ເຜີຍແຜ່ໂຄສະນາລະບຽບຈະລາຈອນຕາມສາຍທາງ, ສໍານັກງານອົງການ, ສະຖາບັນສຶກສາ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ໄດ້ກົດລະບຽບການສັນຈອນທີ່ວາງອອກ. ຢ່າງໃດກໍຕາມ, ກໍຍັງມີຜູ້ຂັບຂີ່ຈໍານວນໜຶ່ງລະເມີດກົດລະບຽບການສັນຈອນ ເຮັດໃຫ້ມີອຸບັດຕິເຫດ ແລະ ຄົນເສຍຊີວິດ. ນັບແຕ່ວັນທີ 11-16 ເມສາ 2018...

ນາຍົກລັດຖະມົນຕີ ໂອ້ລົມປະຊາຊົນເມືອງໜອງບົກ ໃຫ້ຮັກສາມູນເຊື້ອດຸໝັ່ນ

ທ່ານ ທອງລຸນ ສີລຸລິດ ນາຍົກລົດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພ້ອມກັນເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 10 ເມສາ 2018 ເຊິ່ງໄດ້ພົບປະໂອ້ລົມໃຫ້ອຳນາດການປົກຄອງ ແລະ ປະຊາຊົນບ້ານດອນປາແດກ, ບ້ານດອນຂຽວ ແລະ ບ້ານອ້ອມຂ້າງ ເມືອງໜອງບົກ ຈົ່ງສືບຕໍ່ຮັກສາມູນຊື້ອຄວາມດຸໝັ່ນໃນການສ້າງສາທຳມາຫາກິນ. ໂອກາດທີ່ໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານພາຍໃນເມືອງໜອງບົກ...