ໃນອາທິດຜ່ານມາ, ສະຫະພັນແມ່ຍິງແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ປາຖະກະຖາໂດຍ ທ່ານ ນາງ ບຸນຊ່ຽນ ມະນີວັນ ຮອງປະທານສະຫະພັນແມ່ຍິງແຂວງຄໍາມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສບໍານານ ແລະ ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ນາງ ບຸນຊ່ຽນ ມະນີວັນ ໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວວ່າ: ໂດຍປະຕິບັດຕາມແນວນະໂຍບາຍຂອງພັກ ແມ່ຍິງໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າດ້ວຍຫຼາຍຮູບການ, ການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມກັບບັນດາອົງການຈັດຕັ້ງຮາກຖານຂອງການປະຕິວັດ ໂດຍຈັດຕັ້ງໜ່ວຍ, ເອື້ອຍນັກຮົບ ເພື່ອເບິ່ງແຍງລ້ຽງດູກອງທະຫານກູ້ຊາດ, ແມ່ຍິງໄດ້ສະໝັກເຂົ້າເປັນກອງຫຼອນ, ເຂົ້າຮ່ວມລໍາລຽງຂົນສົ່ງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ໃຫ້ກໍາລັງປະຕິວັດ, ແມ່ຍິງລາວທີ່ຢູ່ເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ, ເຖິງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງ ແຕ່ກໍບໍ່ສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະລະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວໄດ້, ກົງກັນຂ້າມ ຍິ່ງຖືກປາບປາມເທົ່າໃດແປວໄຟແຫ່ງຄວາມຮັກຊາດ ແລະ ຄວາມຄຽດແຄ້ນສັດຕູກໍຍິງເພີ່ມທະວີຂຶ້ນ; ພາຍໃຕ້ການນໍາພາຂອງພັກອົງການຈັດຕັ້ງແມ່ຍິງຢູ່ຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນຈາກການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕົວເມືອງການຈັດຕັ້ງດັ່ງກ່າວໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເປັນຕົ້ນກໍາເນີດຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ ໂດຍແມ່ນ ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອນໍາພາຂະບວນການແມ່ຍິງລາວໃນທົ່ວປະເທດ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວປະຕິບັດຕາມຄໍາຂັວນທີ່ວ່າທຸກສິ່ງຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເພື່ອຕີເອົາຊະນະຈັກກະພັດ ແລະ ລູກມື ຈາກການປະກອບສ່ວນຢ່າງຕັ້ງໜ້າຄຽງບ່າຄຽງໄຫຼ່ກັບເພດຊາຍ ຈຶ່ງເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ທັງເປັນການປະກອບສ່ວນໃນການ ລຸກຮື້ຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວຂະບວນການປະຕິວັດຂອງເອື້ອຍ-ນ້ອງແມ່ຍິງໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງໃນທຸກຂົງເຂດວຽກງານ, ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ, ກອງປະຊຸມໄດ້ຕົກລົງປ່ຽນຊື່ຈາກສະມາຄົມແມ່ຍິງລາວຮັກຊາດມາເປັນສະຫະພັນແມ່ຍິງລາວ, ກອງປະຊຸມໄດ້ຄົ້ນຄວ້າຮັບຮອງເອົາເນື້ອໃນຄໍາຂວັນ 3 ດີ 2 ໜ້າທີ່ ຄື: ພົນລະເມືອງດີ, ເປັນແມ່ທີ່ດີ, ເປັນເມຍທີ່ດີ, ປົກປັກຮັກສາກໍ່ສ້າງປະເທດຊາດ, ປົດປ່ອຍແມ່ຍິງ; ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນການງສະຫະພັນແມ່ຍິງລາວ ຈໍານວນ 27 ທ່ານ ແລະ ເລືອກເອົາ ທ່ານ ນາງ ຄໍາແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມມາເປັນ ຮອງປະທານ ແລະ ມີສະມາຊິກແມ່ຍິງທົ່ວປະເທດ 426.032 ຄົນ.