ໃນວັນທີ 23 ກໍລະກົດ 2018, ໜ່ວຍພັກຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈັດກອງປະຊຸມຜັນຂະຫຍາຍບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017 ເປັນກຽດເຂົ້າຮ່ວມໂດຍສະຫາຍ ພັທ ຄໍາພັດ ພົມພິພັກ ຮອງເລຂາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ໂດຍການເປັນປະທານຂອງ ສະຫາຍ ພັທ ຫຸມພັນ ເຮືອງວົງສາ ເລຂາໜ່ວຍພັກຮາກຖານ, ຫົວໜ້າຄ້າຍຄຸມຂັັງ-ດັດສ້າງກອງບັນຊາການ, ມີບັນດາຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວໄດ້ຊີ້ແຈງການຜັນຂະຫຍາຍຜົນສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017 ໃນໄລຍະຜ່ານມາສາມາດເຫັນດ້ານດີ-ດ້ານອ່ອນ ແລະ ປະກົດການຫຍໍ້ທໍ້ຈໍານວນໜຶ່ງທີ່ຕ້ອງໄດ້ແກ້ໄຂໃນການນຳພາລວມຂອງຄະນະໜ່ວຍພັກ ເຊິ່ງມັນໄດ້ສະແດງອອກເປັນຂໍ້ມູນການຂຽນຕຳນິສົງຂ່າວຈາກສະມາຊິກພັກເປັນລາຍລັກອັກສອນ ແລະ ຕຳນິສົ່ງຂ່າວດ້ວຍວາຈາ, ບາງຂໍ້ມູນກໍເປັນພຽງຫາງສຽງ, ບາງຂໍ້ມູນກໍເປັນຄວາມຈິງ ຕໍ່ບັນດາຂໍ້ມູນທີ່ເປັນປະກົດການແຕ່ຫາງສຽງກໍພະຍາຍາມອະທິບາຍຊີ້ແຈງ, ຂໍ້ມູນທີ່ມີຄວາມຈິງກໍໄດ້ນຳໄປແກ້ໄຂ, ຈາກນັ້ນບັນດາສະ ຫາຍສະມາຊິກພັກພາຍໃນໜ່ວຍກໍໄດ້ຜ່ານຮ່າງບົດຊີ້ແຈງ ແລະ ປະກອບຄຳຄິດ-ຄຳເຫັນຕຳນິສົ່ງຂ່າວເພື່ອເປັນການຊ່ວຍເຫຼື່ອເຊິ່ງກັນແລະກັນ ພ້ອມ ກັນປັບປຸງບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.

ໂອກາດດັ່ງກ່າວ, ສະຫາຍ ພັທ ຄຳພັດ ພົມພິພັກ ກໍໄດ້ໂອ້ລົມຕໍ່ບັນດາສະຫາຍສະມາຊິກພັກໃຫ້ມີແນວຄິດອຸ່ນອ່ຽນທຸ່ນທຽງ, ມີສະຕິເຄົາລົບລະບຽບຂອງພັກ-ກົດໝາຍຂອງລັດ, ເອົາໃຈໃສ່ກໍ່ສ້າງພະນັກງານສະມາຊິກພັກໃຫ້ມີຄຸນນະພາບ ແລະ ຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນໃຫ້ຕໍ່ເນື່ອງ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນັ້ນ, ຄະນະພັກຮາກຖານຫ້ອງການກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ຄະນະພັກຮາກຖານກອງພັນປ້ອງກັນເຄື່ອນທີ່ ແລະ ໜ່ວຍພັກສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍໄດ້ເປີດກອງປະຊຸມຜັນຂະຫຍາຍບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກປີ 2017 ຂອງຕົນຂຶ້ນເຊັ່ນດຽວກັນ.