ສຳນັກຂ່າວບີບີຊີ ລາຍງານໃນທ້າຍອາທິດທີ່ຜ່ານມາວ່າ: ເຫດການໄຟປ່າໄໝ້ລາມບ້ານເຮືອນໃນເມືອງແຄມທະເລ ມາຕີ ພື້ນທີ່ອ້ອມຮອບນະຄອນຫຼວງເອເທນ ຈົນມີຜູ້ເສຍຊີວິດໄປແລ້ວຢ່າງນ້ອຍ 83 ຄົນນັ້ນ ມີຫຼັກຖານຮ້າຍແຮງບົ່ງຊີ້ວ່າ: ເຫດມາຈາກການຈູດໄຟ ບໍ່ແມ່ນໄພພິບັດທາງທຳມະຊາດທົ່ວໄປ.

ທ່ານ ປານອສ ຄຳເມນອສ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດວ່າ: ມີກຸ່ມກໍ່ສ້າງຜິດກົດໝາຍກ່ຽວຂ້ອງກັບເຫດໄຟໄໝ້ຄັ້ງນີ້ ເພາະມີສິ່ງກໍ່ສ້າງຕາມແຄມຝັ່ງເອເທນ ທີ່ບໍ່ໄດ້ຮັບໃບອະນຸຍາດ.

ໄປໄໝ້ຄັ້ງນີ້ ເລີ່ມຕົ້ນຕັ້ງແຕ່ວັນທີ 23 ກໍລະກົດ ທີ່ຜ່ານມາ ໃນໝູ່ບ້ານແຄມທະເລ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ, ຜູ້ປະສົບໄພຫຼາຍຄົນຕ້ອງໂດດລົງທະເລເພື່ອໜີໄຟທີ່ໄໝ້ລາມໄປທົ່ວຢ່າງໄວວາ ເນື່ອງຈາກກະແສລົມແຮງຫຼາຍ 120 ກິໂລແມັດຕໍ່ຊົ່ວໂມງ. ພ້ອມນີ້, ນອກຈາກຜູ້ເສຍຊີວິດແລ້ວ ຍັງມີຜູ້ໄດ້ຮັບບາດເຈັບອີກ 60 ຄົນ ແລະ ຍັງຮັກສາຕົວຢູ່ໂຮງໝໍອີກຈຳນວນໜຶ່ງ ເຊິ່ງໃນນີ້ 11 ຄົຍ ຍັງຢູ່ໃນຫ້ອງໄອຊີຢູ.