ໜ້າຫຼັກ Tags ແຂວງຈຳປາສັກ

Tag: ແຂວງຈຳປາສັກ

ສະກັດຈັບລົດຕ໊ອກໆລັກລອບຂົນໂຄເຄນ ກຽມຂ້າມຊາຍແດນ

ວັນທີ 25 ມີນາ 2022, ໄດ້ມີກຸ່ມຄົນຈຳນວນໜຶ່ງ ໃຊ້ລົດຕ໊ອກໆ ຈຳນວນ 3 ຄັນ ບັນທຸກຢາເສບຕິດຫວັງສົ່ງຂ້າມຊາຍແດນໄປປະເທດກໍາປູເຈຍ

ພຽງເດືອນດຽວ ຮ່ວມກັນກໍ່ເຫດລັກຊັບເຖິງ 5 ຄັ້ງ ແຕ່ໜີບໍ່ພົ້ນເຈົ້າໜ້າທີ່ຕຳຫຼວດ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສຸຂຸມາ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 6 ມີນາ 2021 ເວລາ 14:00 ໂມງ ໄດ້ຮັບການແຈ້ງຄວາມຈາກຜູ້ຖືກເສຍຫາຍ

ແຂວງຈໍາປາສັກ ປະກາດແຕ່ງຕັ້ງ ຄະນະຄຸ້ມຄອງດ່ານສາກົນ 3 ດ່ານ

ແຂວງຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງ ຄະນະຄຸ້ມຄອງ ດ່ານສາກົນ ວັງເຕົ່າ, ຊາຍແດນໜອງນົກຂຽນ ແລະ ດ່ານສະໜາມບິນ ປາກເຊ...

ເຜີຍແຜ່ວຽກງານປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງ COVID-19

ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ການເພີ່ມທະວີຕິດຕາມກວດກາປ້ອງກັນສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງ ພະຍາດ covid-19...

ແຂວງຈຳປາສັກ ຍັງພົບບັນຫາແຮງງານລາວລັກລອບໄປເຮັດວຽກຢູ່ປະເທດເພື່ອນບ້ານ

ບັນຫາແຮງງານລາວລັກລອບໄປເຮັດວຽກຢູ່ປະເທດເພື່ອນບ້ານ ໂດຍສະເພາະ ຣາຊະອານາຈັກໄທ ໃນແຕ່ລະປີເປັນຈໍານວນຫຼວງຫຼາຍ ເຮັດໃຫ້ແຮງງານເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງທາງດ້ານກົດໝາຍຈາກປະເທດຕົ້ນທາງ ແລະ ປາຍທາງ ທັງຍັງມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ. ໃນນີ້, ແຂວງຈໍາປາສັກ ກໍເປັນອີກແຂວງໜຶ່ງທີ່ມີພໍ່-ແມ່ປະຊາຊົນລາວ ລັກລອບໄປຂາຍແຮງງານຢູ່ປະເທດໄທເປັນຈໍານວນຫຼວງຫຼາຍເຮັດໃຫ້ການສະກັດກັ້ນການລັກລອບ ແລະ ແກ້ໄຂ ໄດ້ຍາກພໍສົມຄວນ ເນື່ອງຈາກວ່າພໍ່-ແມ່ປະຊາຊົນອາໄສຫຼາຍຊ່ອງທາງເຂົ້າ-ອອກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະຕິບັດຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ຝຶກອົບຮົມວຽກງານໂຄສະນາ ເຜີຍແຜ່ກົດລະບຽບຈະລາຈອນຕາມຖະໜົນ

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2019, ຄະນະບໍລິຫານງານຊາວໜຸ່ມ ແຂວງຈຳປາສັກ ຮ່ວມກັບ ພະແນກຈະລາຈອນ ປກສ ແຂວງຈຳປາສັກ, ປກສ ນະຄອນປາກເຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມທ້ອງຖະໜົນຫຼວງ ໃຫ້ກຳລັງຊາວໜຸ່ມໃນທົ່ວແຂວງ ເພື່ອໄປນຳໃຊ້ຝຶກໃຫ້ສະຖາບັນນັກຮຽນ-ນັກສຶກສາ ຢູ່ທີ່ສະໂມສອນ ຫຼັກ 4 ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ...

ມອບ-ຮັບ ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ

ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ຈັດພິທີມອບ-ຮັບ ຫົວໜ້າກອງບັນຊາການ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໃນທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ສຸກັນ ໄຕໄຊຍະວົງ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີ ທ່ານ ພິລັດ ນຽມທະຈິດ...

ປກສ ເມືອງມຸນລະປາໂມກ ປະກາດແຕ່ງຕັ້ງ-ໂຍກຍ້າຍນາຍຕຳຫຼວດ

ໃນທ້າຍອາທິດທີ່ຜ່ານມານີ້, ກອງບັນຊາການ ປກສ ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງ ແລະ ໂຍກຍ້າຍນາຍຕຳຫຼວດ ເຊິ່ງເປັນປະທານໂດຍ ທ່ານ ສຳລີ ແກ່ນມະນີ ເຈົ້າເມືອງໆມຸນລະປາໂມກ, ມີ ພັທ ສຸກພະຈັນ ສີລາເພັດ ຮອງກອງບັນຊາການ ປກສ ແຂວງຈຳປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປີ 2018 ແຂວງຈຳປາສັກ ມີຄະດີອາຍາ 439 ເລື່ອງ ຄະດີລັກຊັບພົນລະເມືອງ ກວມ 50%

ໃນ 1 ປີຜ່ານມາ ແຂວງຈຳປາສັກ ມີຄະດີອາຍາເກີດຂຶ້ນ 439 ເລື່ອງ ຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງມີ 217 ເລື່ອງ ພິເສດ ເຈົ້າໜ້າທີ່ສາມາດມ້າງຄະດີຢາເສບຕິດໄດ້ 293 ເລື່ອງ. ຜົນງານດັ່ງກ່າວນີ້ ໄດ້ຮັບການລາຍງານໃນທີ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງຫ້ອງຕຳຫຼວດ ປກສ ແຂວງຈຳປາສັກໂດຍການເປັນປະທານຂອງ ພັທ ຖາວອນ...

ນາຍົກລັດຖະມົນຕີ ຊຸກຍູ້ສະຫະກອນ ຜະລິດກາເຟ ຢູ່ເຂດພູພຽງບໍລິເວນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ ທີ່ເມືອງບາຈຽງ ແຂວງຈຳປາສັກ, ໃນຕອນແລງຂອງວັນທີ 28 ມັງກອນ 2019 ໂດຍມີສະຫະກອນຜູ້ຜະລິດກາເຟໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບທາງດ້ານການຈັດຕັ້ງ ແລະ...