ວັນທີ 4 ເມສານີ້, ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ຮັບການອວຍພອນຈາກອົງການຜູ້ຕ່າງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳລາວ ( C5 ) ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ໂດຍການຕ້ອນຮັບຂອງ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ພົຈວ ຮວາງ ກວາງ ເຫື່ອງ ຫົວໜ້າອົງການຜູ້ຕ່າງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ກອງບັນຊາການປ້ອງກັນເຄື່ອນທີ່ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 5 ເມສາ 1961–5 ເມສາ 2018 ) ໃຫ້ຄະນະພັກຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼງ ມີສຸຂະພາບແຂງແຮງ ມີຄວາມພ້ອມຕໍ່ການແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າ ພ້ອມທັງເຮັດໜ້າທີ່ການເມືອງ ແລະ ວິຊາສະເພາະຕາມທີ່ໄດ້ມອບໝາຍສຳເລັດທຸກປະການ ແລະ ເປັນການເສີມສ້າງສາຍພົວພັນການຮ່ວມມືວຽກງານວິຊາສະເພາະອັນພິເສດຂອງ ລາວຫວຽດ-ຫວຽດລາວ ໃຫ້ທະນົງແກ່ນຂຶ້ນເລື້ອຍໆ.

ເພື່ອເປັນກຽດເຊິ່ງກັນແລະກັນ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າ ປທ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ຕ່າງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳລາວ, ມີສຸຂະພາບເຂັ້ມແຂງສຳເລັດໃນໜ້າທີ່ວຽກງານ ຄຽງຄູ່ກັບການຮ່ວມມືໃນຕໍ່ໜ້າຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນນີ້, ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງກອງພັນ 279 ກະຊວງປ້ອງກັນປະເທດ ນຳໂດຍ ພັທ ນາງ ວັນສອນ ແກ້ວພົມວັນ ເລຂາແມ່ຍິງກອງພັນ 279 ແລະ ພັທ ຄຳແກ້ວ ນໍລະສິນ ເລຂາຊາວໜຸ່ມ 279 ໄດ້ນຳກະຕ່າດອກໄມ້ ເຂົ້າອວຍພອນ ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງກອງບັນຊາການປ້ອງກັນເຄື່ອນທີ່ ເຊັນດຽວກັນ ໂດຍການຕ້ອນຮັບຂອງ ພັທ ບຸນລັນ ຈັນທະພູວົງ ເລຂາຊາວໜຸ່ມ ແລະ ພັທ ນາງ ພົມອຸລາ ເລື່ອງວັນໄຊ ປະທານສະຫະພັນແມ່ຍິງ ປທ ພ້ອມດ້ວຍຄະນະເຂົ້າຮ່ວມ.