ໜ່ວຍສະຫະພັນນັກຮົບເກົ່າກຸ່ມບ້ານກັດ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນໃນວັນທີ 29 ສິງຫາ 2018, ໂດຍການເປັນປະທານຂອງ ສະຫາຍ ຄໍາໄບ ໄຊສົງຄາມ ປະທານສະຫະພັນນັກຮົບເກົ່າກຸ່ມບ້ານກັດ, ມີ ທ່ານ ຫົງທອງ ອິນທະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ, ຜູ້ຕາງໜ້າຈາກບັນດາອົງການຈັດ ຕັ້ງເມືອງ, ນາຍບ້ານ, ແຂກຮັບເຊີນ ຕະຫຼອດຮອດສະມາຊິກສະຫະພັນນັກຮົບເກົ່າຈາກ 6 ບ້ານທີ່ຂຶ້ນກັບເຂົ້າຮ່ວມ.

ທ່ານ ຄຳເສົາ ແດງສຸລິຂັນ ຮອງປະທານໜ່ວຍສະຫະພັນນັກຮົບເກົ່າກຸ່ມບ້ານກັດ ກ່າວວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ, ຄະນະສະຫະພັນນັກຮົບເກົ່າກຸ່ມບ້ານກັດ ໄດ້ເອົາໃຈໃສ່ຍົກສູງພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບເສີມຂະຫຍາຍມູນເຊື້ອປະຕິວັດຂອງສະມາຊິກນັກຮົບເກົ່າ, ປຸກລະດົມສະມາຊິກພາຍໃນໜ່ວຍໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າທຸກຂະບວນການ, ມີນະໂຍບາຍຊ່ວຍເຫຼືອ, ເບິ່ງແຍງເຊິ່ງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ ເຖິງຈະຢູ່ໃນສະພາບການ ໃດ, ເຮັດວຽກງານປະສານສົມທົບກັບ ອົງການປົກຄອງບ້ານ ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນເປັນວຽກງານແຖວໜ້າ. ກຸ່ມບ້ານກັດປະກອບມີ 702 ຫຼັງຄາເຮືອນ 845 ຄອບຄົວ, ມີພົນລະເມືອງ 3521 ຄົນ ຍິງ 1.554 ຄົນ; ໃນນີ້, ມີສະມາຊິກສະຫະພັນນັກຮົບເກົ່າ 40 ສະຫາຍ ຍິງ 1 ສະຫາຍ, ປັດຈຸບັນໃນໜ່ວຍມີເງິນກອງທຶນ 7.000.000 ກີບ, ຖ້າທຽບໃສ່ເມື່ອກ່ອນເຫັນວ່າບັນດາໜ້າວຽກ ກໍຄືຊີວິດການເປັນຢູ່ດີຂຶ້ນຕາມລຳດັບ ສະແດງອອກຫຼາຍຄອບຄົວສາມາດສ້າງລາຍຮັບໄດ້ 30.000.000 ຫາ 40.000.000 ກີບຕໍ່ປີ.

ສຳລັບທິດທາງແຜນການ 5 ປີຕໍ່ໜ້າ, ຄະນະສະຫະພັນນັກຮົບເກົ່າກຸ່ມບ້ານກັດ ຈະສືບປຸກລະດົມຍົກສູງລະດັບຄວາມຕື່ນຕົວທາງດ້ານການເມືອງ, ເຕົ້າໂຮມຄວາມສາມັກຄີພາຍໃນຖັນແຖວນັກຮົບເກົ່າໃຫ້ໜັກແໜ້ນ, ເອົາໃຈໃສ່ສຶກສາອົບຮົມຄົນຮຸ່ນຫຼັງໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າປະຕິບັດພາລະບົດບາດໃຫ້ເຂັ້ມແຂງ ເຮັດໃຫ້ທົ່ວກຸ່ມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍດີກວ່າເກົ່າ. ກອງປະຊຸມຍັງໄດ້ມີການປ່ອນບັດ ຄັດເລືອກຄະນະໜ່ວຍສະຫະພັນນັກຮົບເກົ່າຊຸດໃໝ່ຕື່ມອີກ, ເຊິ່ງມີຜູ້ລົງສະໝັກທັງໝົດ 3 ສະຫາຍ ເລືອກເອົາ 2 ສະຫາຍ ໂດຍແມ່ນ ສະຫາຍ ຄຳເສົາ ແດງສຸລິຂັນ ເປັນປະທານ ແລະ ສະຫາຍ ຄຳຊາຍ ເປັນຮອງປະທານຊຸດໃໝ່.