ປັດຈຸບັນ, ການນຳໃຊ້ໂລກເຕັກໂນໂລຢີ ເຂົ້າໄປມີບົດບາດໃນຊີວິດປະຈໍາວັນແມ່ນມີຫຼາຍ ໂດຍສະເພາະສື່ອອນລາຍທາງ Faecbook ເພາະມີການເຜີຍແຜ່ຂໍ້ມູນຂ່າວສານຢ່າງວ່ອງໄວ ແລະ ສາມາດເຊື່ອມຕໍ່ກັນໄດ້ເກືອບທຸກພື້ນທີ່ ແຕ່ມີຄົນຈໍານວນບໍ່ໜ້ອຍ ນໍາໃຊ້ສື່ອອນລາຍ ໄປໃນທາງທີ່ບໍ່ດີ ເຊັ່ນ: ໂພດຮູບ, ຂໍ້ຄວາມລະບາຍຄວາມໃນໃຈໃນທາງທີ່ບໍ່ເໝາະສົມ, ບາງຄັ້ງ ເອົາຮູບຄົນອື່ນ ແລະ ຂຽນຂໍ້ຄວາມໃສ່ຮ້າຍປ້າຍສີແລ້ວໂພດລົງທາງ Faecbook ເຮັດ ໃຫ້ເສື່ອມເສຍກຽດສັກສີຂອງບຸກຄົນອື່ນ.

ດັ່ງເຫດການນີ້, ໃນທ້າຍເດືອນສິງຫາ ຜ່ານມາ, ນາງ ນັນທິດາ ອາຍຸ 23 ປີ ຢູ່ບ້ານໂພນສະ ອາດ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ວ່າ: ນາງ ແມັກ ກີ້ ຢູ່ບ້ານ ແລະ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຕັ້ງເຟດບຸກ ໂດຍແອບອ້າງໃສ່ຊື່ ນາງ ນັນທິດາ ເປັນພາສາອັງກິດ (Nanthida) ແລ້ວໂພດຮູບ ພ້ອມທັງຂຽນຂໍ້ຄວາມ ໃສ່ຮ້າຍປ້າຍສີທາງທີ່ບໍ່ດີ ໂດຍອ້າງວ່າພົວພັນແບບບ່າວ-ສາວ ກັບ ຜົວຂອງຜູ້ກ່ຽວ.

students at a further education college

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ຈຶ່ງໄດ້ຕິດຕາມນໍາຕົວ ນາງ ແມັກກີ້ ໄປສອບສວນ ໂດຍຜູ້ກ່ຽວສາລະພາບວ່າ: ເປັນຄົນສ້າງເຟດປອມຂຶ້ນມາແທ້ ຍ້ອນຄວາມເຂົ້າໃຈຜິດຄິດວ່າ ນາງ ນັນທິດາ ເປັນຊູ້ກັບຜົວຂອງຕົນເອງ ເນື່ອງຈາກໄດ້ ກວດເບິ່ງໂທລະສັບຂອງຜົວ ເຫັນເຟດບຸກຂອງ ນາງ ນັນທິດາ ສົ່ງ ຂໍ້ຄວາມພົວພັນກັນ. ດ້ວຍຄວາມບໍ່ພໍໃຈ ຈຶ່ງໄດ້ມີການສົ່ງຂໍ້ຄວາມຕໍ່ວ່າກັນທາງເຟດບຸກຫຼາຍຄັ້ງ ແລະ ມີການຜິດຖຽງກັນ. ຈາກນັ້ນ, ຈຶ່ງໄດ້ສ້າງເຟດບຸກຂຶ້ນ ພ້ອມທັງເອົາຮູບພາບຂອງ ນາງ ນັນທິດາ ແລະ ຂຽນຂໍ້ຄວາມຮູບແບບໃສ່ຮ້າຍປ້າຍສີ ໂດຍບໍ່ມີມູນຄວາມຈິງ, ເຊິ່ງ ເນື້້ອໃນຂຽນວ່າ: ບໍ່ໄດ້ໃຈງ່າຍ ແຕ່ໃຈມັກມ່ວນ ໃຜຊວນກໍໄປຄ່າຕົວບໍ່ແພງທັກມາໄດ້ ແລະ ຂໍ້ຄວາມອື່ນໆໃນທາງທີ່ບໍ່ດີ ແລ້ວກໍໂພດລົງເຟດບຸກດັ່ງກ່າວເປັນຈຳນວນຫຼາຍຄັ້ງ, ເພື່ອໃຫ້ ນາງ ນັນທິດາ ເສື່ອມເສຍກຽດສັກສີ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ໄດ້ນໍາຕົວນາງ ແມັກກີ້ ໄປສຶກສາອົບຮົມກ່າວເຕືອນ ບໍ່ໃຫ້ໄປກະທໍາອີກ ພ້ອມທັງເຮັດບົດບັນທຶກ ກ່ອນມອບໃຫ້ຜູ້ປົກຄອງຮັບເອົາໄປສຶກສາອົບຮົມຕໍ່ໄປ. ສ່ວນ ນາງ ແມັກກີ້ ໄດ້ກ່າວ ຂໍໂທດນຳ ນາງ ນັນທິດາ ແລະ ຄອບຄົວຜູ້ຖືກເສຍຫາຍ ລວມທັງຜູ້ທີ່ໄດ້ອ່ານເຟດບຸກທີ່ໄດ້ສ້າງຂຶ້ນນັ້ນ ລ້ວນແລ້ວບໍ່ມີຄວາມຈິງ ແລະ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ. ສະນັ້ນ, ບັນດາຜູ້ທີ່ຊອກອ່ານຂ່າວ ທາງສື່ອອນໄລ ຄວນໃຊ້ວິຈາລະນະຍານໃນການອ່ານ ແລະ ມີສະຕິລະວັງຕົວໃນການໂພດ, ແຊຮູບລົງເຟດບຸກ ແລະ ຂໍ້ຄວາມໃດໜຶ່ງ ທີ່ບໍ່ມີມູນຄວາມຈິງ, ເຊິ່ງມັນເປັນການລະເມີດສິດທິສ່ວນຕົວ ແລະ ອາດສ້າງຄວາມເສຍຫາຍຈິດໃຈ.