ກອງບັນຊາການ ປກສ ແຂວງວຽຽງຈັນ ຈັດກອງປະຊຸມເຊື່ອມຊຶມຜັນຂະຫຍາຍມະຕິ 7 ສະໄໝທີ X ຂອງ ຄະນະບໍລິຫານງານສູນກາງພັກ ໃນວັນທີ 12 ກຸມພາ 2019,​ ເປັນປະທານ ແລະ ເຊື່ອມຊຶມໂດຍ ສະຫາຍ ພັອ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ, ຄະນະກອງບັນຊາການ, ຕາງໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ກອງປະຊຸມເຊື່ອມຊຶມຜັນຂະຫຍາຍມະຕິ 7 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໃນວັນທີ 12 ກຸມພາ 2019

ສະຫາຍ ພັອ ປອ ທອງເຄນ ບຸນໝັ້ນ ກ່າວວ່າ:

ຈຸດປະສົງໃນການເຊື່ອມຊຶມຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ກໍາແໜ້ນເນື້ອໃນຈິດໃຈມະຕິດັ່ງກ່າວ, ແນໃສ່ສ້າງຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ຕະຫຼອດຮອດແບບແຜນການດໍາລົງຊີວິດ ໃຫ້ປອດໃສ ພ້ອມນັ້ນກໍເພື່ອສ້າງກະແສແນວຄິດຂອງບັນດາເປົ້າໝາຍສະມາຊິກພັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ໃນການຊີ້ນໍາ-ນໍາພາພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງ ໃຫ້ນັບມື້ມີການພັດທະນາໄປຕາມຍຸກສະໄໝ; ພ້ອມດຽວກັນນັ້ນ, ກໍເພື່ອໃຫ້ເຫັນຄວາມພະຍາຍາມຂອງພັກ ໃນການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນເປັນກ້າວໆ.

ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມຈຳນວນ 3 ເອກະສານ ຄື: ມະຕິຂອງຄະນະບໍລິຫານສູນກາງພັກວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ການສ້າງ ຄວາມເຂັ້ມແຂງ ແລະ ການຄຸ້ມຄອງມະຫາພາກ

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມຈຳນວນ 3 ເອກະສານ ຄື: ມະຕິຂອງຄະນະບໍລິຫານສູນກາງພັກ ວ່າດ້ວຍ ການເພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ການສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງມະຫາພາກ, ມະຕິ ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ແລະ ມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X.