ໂດຍການເຂົ້າຮ່ວມຂອງ ພັທ ສີໄລ ໄຊຍະຕິ ຫົວໜ້າຫ້ອງ 509 ປກສ ແຂວງອຸດົມໄຊ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ແມ່ຍິງກົມ 509 ກະຊວງ ປກສ ກັບ ແມ່ຍິງຮາກຖານ ກອງບັນຊາການ ແລະ ຫ້ອງ 509 ປກສ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ນີ້ ໂດຍການເຂົ້າຮ່ວມຂອງ ພັທ ສີໄລ ໄຊຍະຕິ ຫົວໜ້າຫ້ອງ 509 ປກສ ແຂວງອຸດົມໄຊ, ເຂົ້າຮ່ວມພົບປະມີ ພັຕ ນາງ ເຂັມຄຳ ໄຊຍະເພັດ ປະທານສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ພ້ອມດ້ວຍຄະນະ, ມີ ເລຂາຄະນະ ຕະຫຼອດຮອດສະມາຊິກຊາວໜຸ່ມ-ແມ່ຍິງຮາກຖານ ແລະ ຫ້ອງ 509 ປກສ ແຂວງອຸດົມໄຊ ເຂົ້າຮ່ວມ.

ເຂົ້າຮ່ວມພົບປະມີ ພັຕ ນາງ ເຂັມຄຳ ໄຊຍະເພັດ ປະທານສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ພ້ອມດ້ວຍຄະນະ

ໃນພິທີ, ຕາງໜ້າ ສະຫະພັນແມ່ຍິງ ທັງສາມພາກສ່ວນ ໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 1 ປີ ຜ່ານມາ; ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ ເປັນຕົ້ນແມ່ນ ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກເອື້ອຍນ້ອງແມ່ຍິງ, ວຽກງານປັບປຸງການຈັດຕັ້ງ, ແບບແຜນການນຳພາ, ການຂະຫຍາຍມະຫາຊົນ, ດ້ານວິຊາສະເພາະ, ການປະຕິບັດນະໂຍບາຍ ແກ້ໄຂຊີວິດການເປັນຢູ່ ແລະ ການເຄື່ອນໄຫວວຽກງານຂະບວນການດ້ານຕ່າງໆ ໂດຍແຕ່ລະສະຫາຍຈາກທຸກພາກສ່ວນ ກໍໄດ້ປະກອບຄຳຄິດຄຳເຫັນ ເພື່ອເປັນການກໍ່ສ້າງຊ່ວຍເຫຼືອປັບປຸງ ແລະ ຍົກລະດັບຮອບດ້ານຂອງ ອົງການຈັດຕັ້ງແມ່ຍິງ ໃຫ້ນັບມື້ໜັກແໜ້ນ-ເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ.