ກະຊວງໂຍທາທິການ ແລະ ຂົນສົ່ງ ພວມດໍາເນີນການກວດສອບບັນດາໂຄງການກໍ່ສ້າງເສັ້ນທາງແຕ່ລະຈຸດໃນຂອບເຂດທົ່ວປະເທດ ເນື່ອງຈາກວ່າມີຫາງສຽງຈົ່ມວ່າຈາກສັງຄົມຫຼາຍ, ຍ້ອນຫຼາຍໂຄງການກໍ່ສ້າງມີການຊັກຊ້າ ແລະ ແກ່ຍາວບໍ່ທັນຕາມກໍານົດໄວ້, ບາງເສັ້ນທາງມີມູນຄ່າສູງກວ່າຄວາມເປັນຈິງ ແຕ່ຄຸນນະພາບຕໍ່າຫົນທາງມີການຊຸດໂຊມເປ່ເພ.

ທ່ານ ນາງ ວິໄລຄໍາ ໂພສະລາດ ຮອງລັດຖະມົນຕີກະຊວງ ຍທຂ ກ່າວໃນກອງປະຊຸມສະຫຼຸບ ວຽກງານ ປະຈໍາປີ 2018 ໃນວັນ ທີ 26-27 ມີນາ 2019 ວ່າ: ສາເຫດທີ່ພາໃຫ້ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງມີມູນຄ່າສູງ ແລະ ແກ່ຍາວເວລາ ແມ່ນເກີດຂຶ້ນຈາກໂຄງການກໍ່ສ້າງໃນຮູບແບບການລົງທຶນ EPC ໂດຍແມ່ນບໍລິສັດດຽວເປັນຜູ້ສຶກສາ, ສໍາຫຼວດ-ອອກແບບ ແລະ ຈັດຕັ້ງປະຕິບັດເອງ, ກໍ່ສ້າງໃນຮູບແບບສໍາຫຼວດ-ອອກແບບໄປນໍາ ແລະ ກໍ່ສ້າງໄປພ້ອມກັນ (Design Build) ແລະ ໂຄງການລົງທຶນກ່ອນ ໄດ້ຄິດໄລ່ອັດຕາດອກເບ້ຍທະນາຄານ, ຄິດໄລ່ໄລຍະເວລາໃນການຊໍາລະ ແລະ ຄວາມສ່ຽງອື່ນໆເຂົ້າຕື່ມ. ສໍາລັບຄຸນນະພາບຕໍ່າ-ແກ່ຍາວເວລາການກໍ່ສ້າງ, ແມ່ນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການບໍ່ໄປຕາມລະບຽບການຂອງການກໍ່ສ້າງ ເຊັ່ນ: ບໍລິສັດທີ່ປຶກສາເພື່ອຄວບຄຸມຄຸນນະພາບຂອງການກໍ່ສ້າງ, ບໍ່ມີການທົດລອງຄຸນນະພາບຂອງວັດສະດຸກໍ່ສ້າງ ແລະອື່ນໆ ຄຽງຄູ່ກັບການຄັດເລືອກບໍລິສັດຜູ້ຮັບເໝົາວຽກສ້ອມແປງບໍ່ໄດ້ດີເທົ່າທີ່ຄວນ; ການປະເມີນເປີດກວ້າງໄດ້ລາຄາທີ່ຕໍ່າແຕ່ຜູ້ຮັບເໝົາຈໍານວນໜຶ່ງບໍ່ມີຄວາມ ພ້ອມທາງດ້ານບຸກຄະລາກອນ, ພາຫະນະກົນຈັກ, ແຫຼ່ງທຶນ ຫຼື ທຶນໝູນວຽນ ແລະອື່ນໆ.

ນອກນັ້ນ, ຍັງຖືເບົາວຽກສ້ອມແປງປົກກະຕິ ເຊັ່ນ: ຕາບຂຸມຮັງໄກ່-ເຮັດໃຫ້ໜ້າທາງເປ່ເພເສຍຫາຍ ເພີ່ມຂຶ້ນ; ງົບປະມານການສ້ອມ ແປງກໍເພີ່ມຂຶ້ນເຊັ່ນກັນ; ການຊໍາລະງົບປະມານລັດຊັກຊ້າ, ແກ່ຍາວ, ບໍ່ໄດ້ຕາມແຜນການເບີກຈ່າຍ ຈຶ່ງເຮັດໃຫ້ຜູ້ຮັບເໝົາຂາດທຶນໝູນວຽນເພື່ອນໍາໄປສືບຕໍ່ການກໍ່ສ້າງໃຫ້ສໍາເລັດຈຶ່ງແກ່ຍາວໄປເລື້ອຍໆ, ບໍລິສັດຮັບເໝົາຜູ້ດຽວຮັບຜິດຊອບຫຼາຍສັນຍາບໍ່ສາມາດລົງມື ຮັບພ້ອມກັນ, ຕະຫຼອດຮອດການສ້ອມແປງມີການແກ່ຍາວ ເຮັດໃຫ້ເສັ້ນທາງເກີດການເປ່ເພຫຼາຍຂັ້ນ; ການພັດທະນາຕາໜ່າງທາງຫຼວງເພີ່ມຂຶ້ນຢ່າງວ່ອງໄວ ລັດຖະບານຕອບສະໜອງງົບປະມານໃນການ ບູລະນະຮັກສາ ແລະ ສ້ອມແປງ. ນອກນັ້ນ, ການຄຸ້ມຄອງນໍ້າໜັກບໍ່ເຂັ້ມງວດ, ເຮັດໃຫ້ເສັ້ນທາງເປ່ ເພໄວກວ່າກໍານົດການປ່ຽນແປງສະພາບອາກາດ ເຮັດໃຫ້ຕາໜ່າງເສັ້ນທາງໄດ້ຮັບຜົນກະທົບຫຼາຍຂຶ້ນ, ທຸກໆປີມີຄວາມຕ້ອງການງົບປະມານເພີ່ມຂຶ້ນ ເພື່ອສ້ອມແປງສຸກເສີນ. ຄຽງຄູ່ກັບການການຂະຫຍາຍຕົວຂອງຕົວເມືອງ ແລະ ຊຸມຊົນລຽບຕາມທາງຫຼວງ ເຮັດໃຫ້ເກີດການບຸກລຸກເຂດສະຫງວນຂອງທາງຫຼວງ, ຖົມດິນຊະຊາຍໃສ່ຮ່ອງລະບາຍນໍ້າ, ທໍ່ລະບາຍນໍ້າ ເກີດນໍ້າຖ້ວມຂັງຕາມເສັ້ນທາງໃນລະດູຝົນ ເຮັດໃຫ້ເສັ້ນທາງເປ່ເພ ແລະ ຕ້ອງການງົບປະມານເພີ່ມຂຶ້ນເພື່ອແກ້ໄຂ.

ຮອງ ລມຕ ກະຊວງ ຍທຂ ໃຫ້ຮູ້ຕື່ມວ່າ: ໃນການແກ້ໄຂແມ່ນໃຫ້ດໍາເນີນການຕາມຂັັ້ນຕອນ (ຮອບວຽນຂອງໂຄງການ, Pro ject cycle) ເຊັ່ນ: ເລີ່ມຈາກການຈັດບຸລິມະສິດໂຄງການ; ການ ສຶກສາຄວາມເປັນໄປໄດ້ຂອງໂຄງການ; ສໍາຫຼວດ-ອອກແບບລະອຽດ ແລະ ປະເມີນມູນຄ່າເບື້ອງ ຕົ້ນ; ສະເໜີຮັບຮອງ ແລະ ເອົາໂຄງການເຂົ້າແຜນ; ປະຕິບັດການປະມູນໂຄງການຕາມກົດໝາຍ ແລະ ລະບຽບການຈັດຊື້-ຈັດຈ້າງຢ່າງເຂັ້ມງວດ, ການພັດທະນາບຸກຄະລາກອນຈະຕ້ອງໄດ້ຍົກລະດັບ ຄວາມຮູ້ດ້ານເຕັກນິກວິຊາການໃຫ້ແກ່ຄະນະຄຸ້ມຄອງໂຄງການ ແລະ ເຮັດວຽກການເມືອງແນວຄິດຢ່າງເປັນປົກກະຕິ ເພື່ອສ້າງພະນັກງານໃຫ້ມີຈັນຍາບັນ, ຈັນຍາທໍາຕາມຄວາມຮັບຜິດຊອບຂອງຕົນ, ນໍາໃຊ້ລາຄາຫົວໜ່ວຍກໍ່ສ້າງ ແລະ ສ້ອມແປງ ກິດຈະ ການຂະແໜງ ຍທຂ ສະບັບປັບປຸງໃຫ້ຖືກຕ້ອງ, ສືບຕໍ່ປັບປຸງ ແລະ ສ້າງນິຕິກໍາໃນຂະແໜງການໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງ ແລະ ນໍາໃຊ້ລະບົບຄຸ້ມຄອງທາງຫຼວງ (RMS) ໃນການເກັບກໍາຂໍ້ມູນ, ວິເຄາະ ແລະ ຈັດລຽງບູລິມະສິດວຽກສ້ອມແປງ, ເປັນບ່ອນອີງໃນການຂັ້ນແຜນວຽກ ແລະ ການຈັດສັນຄົ້ນຄວ້າ, ປັບປຸງເງື່ອນໄຂສັນຍາໃນການນໍາໃຊ້ກອງສ້ອມແປງຂອງຊຸມຊົນຮັບຜິດຊອບວຽກບູລະນະຮັກສາແບບເປັນປະຈໍາແຕ່ລະຕອນທາງ.

ໂດຍ: ບຸນຖິນ