ພິທີເປີດ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ຢ່າງເປັນທາງການ

0
2683
ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ໃນວັນທີ 9 ເມສາ 2019, ໄດ້ມີພິທີເປີດອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ຂຶ້ນຢ່າງເປັນທາງການ ທີ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍກໍາມະການສູນການພັກ, ລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສບໍານານ, ຄອບຄົວລູກຫຼານ, ອະດີດພະນັກງານຮັບໃຊ້ໃກ້ສິດ, ອະດີດເລຂາ ທ່ານ ໜູຮັກ ພູມສະຫວັນ, ອົງການຈັດຕັ້ງກ່ຽວຂ້ອງ ແລະ ພະນັກງານການນໍາຮັບຜິດຊອບ ພິພິທະພັນ ໄກສອນພົມວິຫານ.

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍກໍາມະການສູນການພັກ
ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍກໍາມະການສູນການພັກ

ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ມູນມໍລະດົກອັນລໍ້າຄ່າຂອງຊາດ ແລະ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ມີຄວາມໝາຍສໍາຄັນ ເຊິ່ງຈະກາຍເປັນບ່ອນສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ເປັນບ່ອນສຶກສາຄົ້ນຄວ້າຮໍ່າຮຽນຂອງພະນັກງານການນໍາຫຼັກແຫຼງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ສຶກສາຮຽນຮູ້ເຊື່ອມຊຶມຢ່າງໜັກແໜ້ນຕໍ່ແບບແຜນການດໍາລົງຊີວິດ, ແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງຂອງ ທ່ານ ໜູຮັກ ພູມສະຫວັນ, ເຊິ່ງສະຖານທີ່ດັ່ງກ່າວຈະເປີດໃຫ້ແຂກເຂົ້າຢ້ຽມຊົມທຸກໆວັນອັງຄານ ຫາ ວັນອາທິດ ຕອນເຊົ້າເວລາ 8-12:00 ໂມງ ແລະ ຕອນບ່າຍເວລາ 13-16:00 ໂມງ.

ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ມູນມໍລະດົກອັນລໍ້າຄ່າຂອງຊາດ
ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ມູນມໍລະດົກອັນລໍ້າຄ່າຂອງຊາດ