ປາຣີ ໄດ້ຈັດຊື້ລົດໂດຍສານໄຟຟ້າ 800 ຄັນ ເພື່ອໃຫ້ບໍລິການໃນເມືອງຫຼວງຝຣັ່ງ ແທນທີ່ລົດໂດຍສານເຄື່ອງຈັກດີເຊວ ແລະ ເພື່ອຫຼຸດບັນຫາໝອກຄັວນ

ສຳນັກງານຂົນສົ່ງສາທາລະນະ ປາຣີ ຖະແຫຼງການ ໃນວັນທີ 9 ເມສາ ທີ່ຜ່ານມາ ວ່າ:

ປາຣີ ໄດ້ຈັດຊື້ລົດໂດຍສານໄຟຟ້າ 800 ຄັນ ເພື່ອໃຫ້ບໍລິການໃນເມືອງຫຼວງຝຣັ່ງ ແທນທີ່ລົດໂດຍສານເຄື່ອງຈັກດີເຊວ ແລະ ເພື່ອຫຼຸດບັນຫາໝອກຄັວນ ໃນໄລຍະໃກ້ເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກ 2024.

ບໍລິສັດວິສະວະກອນຝຣັ່ງ 3 ແຫ່ງ ຊະນະການປະມູນຂໍ້ຕົກລົງຈັດຊື້ລົດໂດຍສານ ມູນຄ່າ 400 ລ້ານເອີໂຣ ເຊິ່ງສຳນັກງານຂົນສົ່ງ ປາຣີ ຈະຈັດຊື້ກັບຜູ້ປະກອບການແຕ່ລະແຫ່ງ ໃນຈຳນວນເທົ່າກັນ ແລະ ນັ້ນຖືວ່າເປັນການຈັດຊື້ລົດໂດຍສານຄັ້ງໃຫຍ່ທີ່ສຸດ ໃນເອີຣົບ ໂດຍຈະເລີ່ມຈັດຊື້ຊຸດທຳອິດ 150 ຄັນ ແລະ ຄາດວ່າ ຈະສາມາດຄ່ອຍໆສົ່ງມອບໄດ້ ໃນໄລຍະກາງປີ 2020 ຈົນເຖິງປີ 2022.

Visual Composer Website Builder

ທາງການທ້ອງຖິ່ນໃນປາຣີ ມີເປົ້າໝາຍໃຫ້ເມືອງຫຼວງຝຣັ່ງ ບໍລິການລົດໂດຍສານພະລັງງານສະອາດ 100% ພາຍໃນປີ 2025 ລວມທັງພະລັງງານໄຟຟ້າ ແລະ ພະລັງງານຊີວະພາບ.