ກອງທຶນການເງິນລະຫວ່າງປະເທດ (IMF)

ກອງທຶນການເງິນລະຫວ່າງປະເທດ (IMF) ລາຍງານ ໃນວັນທີ 10 ເມສາ ເລື່ອງການປັບຫຼຸດຕົວເລກການເຕີບໃຫຍ່ຂອງເສດຖະກິດໂລກ ປະຈຳປີ 2019 ມາຢູ່ທີ່ 3,3% ຕາມລາຍງານສະບັບໃໝ່ ວ່າດ້ວຍ ທ່າອ່ຽງເສດຖະກິດໂລກ ເຊິ່ງຫຼຸດລົງ 0,2 ຈຸດ ຈາກທີ່ປະເມີນໄວ້ໃນເດືອນມັງກອນ ຜ່ານມາ.

IMF ຖະແຫຼງວ່າ:

ເສດຖະກິດໂລກ ສ່ຽງປະເຊີນກັບໄລຍະຂາລົງ ຈາກປັດໄຈທີ່ບໍ່ແນ່ນອນ ທ່າມກາງຄວາມເຄັ່ງຕຶງທາງການຄ້າໂລກ ແລະ ບັນຫາອື່ນໆ, ລາຍງານເສດຖະກິດໂລກເຕີບໃຫຍ່ ຢູ່ທີ່ 3,3% ນັບວ່າໜ້ອຍກວ່າ 0,3 ຈຸດ ຂອງຕົວເລກປີ 2018 ແຕ່ຄາດວ່າຕະດີຂຶ້ນເປັນ 3,6% ໃນປີ 2020.

Visual Composer Website Builder

IMF ລາຍງານຄາດວ່າ:

ຈີນ ຈະມີອັດຕາການເຕີບໃຫຍ່ທາງເສດຖະກິດ ຢູ່ທີ່ 6,3% ໃນປີ 2019 ເພີ່ມຂຶ້ນ 0,1% ຈາກທີ່ຄາດເອົາໄວ້ໃນເດືອນມັງກອນ ຜ່ານມາ ແລະ ຍັງຄາດຄະເນອີກວ່າ ເສດຖະກິດຈີນ ຈະຂະຫຍາຍຕົວ 6,1% ໃນປີ 2020 ໂດຍລະບຸວ່າ ນະໂຍບາຍການເງິນຂອງຈີນ ເຊິ່ງລວມເຖິງການຫຼຸດອັດຕາພາສີ ຈະຊ່ວຍກະຕຸ້ນການເຕີບໃຫຍ່ທາງເສດຖະກິດໄດ້.