ຄະນະກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າວາງຢູ່ອານຸສາວະລີນັກຮົບນິລະນາມ ແລະ ຮູບປັ້ນທ່ານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບ ຄົບຮອບ 58 ປີ ນຳພາໂດຍ ພັອ ຄໍາພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ ເຂົ້າຮ່ວມ .

ການເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມຮູ້ບຸນຄຸນສັນລະເສີນຄຸນງາມ, ຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານຜູ້ ນຳ ແລະ ນັກຮົບ ທີ່ໄດ້ເສຍສະ ລະຊີວິດເລືອດເນື້ອໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບຂອງຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ, ນຳເອົາຄວາມສາມັກຄີຮັ່ງມີຜາສຸກມາໃຫ້ປະຊົນລາວບັນດາເຜົ່າພັກປະຊາຊົນລາວ ແມ່ນນັກປະຕິວັດອັນສະຫຼາດສ່ອງໃສ, ມີມານະຈິດ ແລະ ອຸດົມຄະຕິສູງສົ່ງ, ມີຄຸນທາດທາງດ້ານການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊິ່ງຍາມໃດກໍຈົງຮັກພັກດີບໍລິສຸດສັດຊື່ຕໍ່ຊາດ-ຕໍ່ປະຊາຊົນ ເປັນແບບຢ່າງທີ່ ດີທາງດ້ານທັດສະນະ, ແບບແຜນວິທີເຮັດວຽກດ້ວຍຄວາມຮັບຜິດຊອບຢຶດໝັ້ນໃນແນວທາງມະຫາຊົນຕະຫຼອດມາ.


ກໍາລັງປ້ອງກັນຄວາມສະຫງົບພາຍໃຕ້ການຊີ້ນໍາ-ນໍາພາສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ສືບທອດມູນເຊື້ອພິລະອາດຫານມາຈາກບັນພະບຸລຸດ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ເປັນກໍາລັງປະກອບອາວຸດທີ່ແຫຼມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ບອນໃດທີ່ການປະຕິວັດລາວກ້າວໜ້າຂະຫຍາຍຕົວ ກໍາລັງປ້ອງກັນຄວາມສະຫງົບກໍເຕີບໃຫຍ່ຂະຫຍາຍຕົວບ່ອນນັ້ນ, ເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນຢ່າງແທ້ຈິງ ໃນໄລຍະນັ້ນກຳລັງປ້ອງກັນຄວາມສະຫງົບມີ 3 ໜ້າທີ່ຕົ້ນຕໍສໍາຄັນ ຄື: ປ້ອງກັນການນໍາພັກ-ລັດ-ອົງການ, ເປັນຄະນະກວດກາສາກົນ, ປຸກລຸກຂົນຂວາຍ-ກໍ່ສ້າງຮາກຖານການເມືອງ, ກໍາແໜ້ນໃຫ້ໄດ້ບັນດາເປົ້າ ໝາຍ, ປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ນອກນັ້ນ, ພວກຈັກກະພັດ ແລະ ລັດຖະບານຫຸ່ນວຽງຈັນ ໄດ້ຈັບບັນດາຜູ້ນໍາຂອງຝ່າຍແນວລາວຮັກຊາດ ຈໍານວນ 16 ທ່ານ ກັກຂັງຢູ່ຄຸກໂພນເຄັງ ແລະ ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ. ສະນັ້ນ, ຈຶ່ງໄດ້ມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີວຽກງານປ້ອງກັນບັນດາການນໍາຂອງການປະຕິວັດ ໂດຍການສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຂຶ້ນ ໃນວັນທີ 5 ເມສາ 1961 ຢູ່ທີ່ບ້ານເລີຍ ຕາແສງເມືອງໂສຍ ແຂວງຫົວພັນ ເປັນຕົ້ນມາ.