ຄະນະພັກກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ບັນດາໜ່ວຍພັກທົ່ວກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຈໍານວນ 88 ສະຫາຍ ໃນຕອນເຊົ້າວັນທີ 8 ພຶດສະພາ 2019 ໂດຍພາຍໃຕ້ການເປັນປະທານຂອງ ພົຈວ ນິລະວົງ ເຈືອງຕະວະລາດ ກໍາມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີບັນດາຄະນະພັກ, ຫ້ອງ, ກອງ, ຄ້າຍ ແລະ ຂັ້ນພະແນກທົ່ວກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງອຸດົມໄຊ ສະບັບ ເລກທີ 150/ຄປພຂ ລົງວັນທີ 4 ມີນາ 2019 ວ່າດ້ວຍການຕົກລົງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ ປີ 2018 ທົ່ວກອງບັນຊາການ ປກສ ແຂວງອຸດົມໄຊ ຈໍານວນ 17 ໜ່ວຍພັກທົ່ວກອງບັນຊາການ ປກສ ແຂວງອຸດົມໄຊ.

ຈາກນັ້ນ, ຜ່ານຂໍ້ຕົກລົງເລກທີ 1243/ ກມປສ, 262/ປອຊ ວ່າ ດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 20 ສະຫາຍ ຍິງ 5 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 30 ສະຫາຍ ຍິງ 6 ສະຫາຍ, ສິບ ເອກ ຂຶ້ນ ວາທີ 4 ສະຫາຍ ຍິງ 3 ສະຫາຍ, ສິບໂທ ຂຶ້ນ ສິບເອກ 33 ສະຫາຍ ຍິງ 6 ສະຫາຍ ແລະ ຊັ້ນ ສິບຕີ ຂຶ້ນ ສິບໂທ 1 ສະຫາຍ. ນອກນີ້, ຍັງໄດ້ມອບໃບຍ້ອງຍໍຜົນງານ ປະຈໍາປີ 2018, ໃນນັ້ນ ຂັ້ນເຈົ້າແຂວງ, ຍ້ອງຍໍກົມກອງ ລວມໝູ່ ຈໍານວນ 11 ກົມກອງ, ນາຍ ແລະ ພົນຕໍາຫຼວດ 298 ສະ ຫາຍ, ກອງບັນຊາການ ປກສ ແຂວງ ຍ້ອງຍໍ 387 ສະຫາຍ, ຫ້ອງການ ເມືອງຍ້ອງຍໍ ຈໍານວນ 41 ສະຫາຍ.

ພົຈວ ນິລະວົງ ເຈືອງຕະວະລາດ ຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ນັກຮົບ ທຸກສະຫາຍໃຫ້ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ, ບົດບາດຜົນງານ, ປະຕິບັດມະຕິ, ຄໍາສັ່ງ, ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີຄວາມຖືກຕ້ອງໂປ່ງໃສ, ວ່ອງໄວທັນກັບສະພາບ ການ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງແກ່ມະຫາຊົນ, ຕິດພັນກັບວຽກງານກວດກາແກ້ໄຂບັນດາສະພາບການຕ່າງໆໃຫ້ມີຄວາມຮັບປະກັນ.