ເປັນປະທານ ແລະ ປາຖະກະຖາໂດຍ ພັອ ລໍາຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາ ວັນຄ້າຍວັນເກີດຂອງ ທ່ານ ວະລາດີເມຍ ອີລິສ ເລນິນ ຄົບຮອບ 149 ປີ ( 22 ເມສາ 1870 – 22 ເມສາ 2019), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 58 ປີ (25 ເມສາ 1961 – 25 ເມສາ 2019) ແລະ ວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ 44 ປີ (30 ເມສາ 1975 – 30 ເມສາ 2019) ເຊິ່ງເປັນປະທານ ແລະ ປາຖະກະຖາໂດຍ ພັອ ລໍາຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະຫ້ອງ, ໂຮງຮຽນ ປກສ ຊັ້ນກາງ ເລກ 2, ກອງພັນເຄື່ອນທີ່ ແລະ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ໂອກາດນີ້, ທ່ານໄດ້ຍົກໃຫ້ເຫັນປະຫວັດຊີວິດການເຄື່ອນໄຫວ, ການກຳເນີດເຕີບໃຫຍ່, ຜົນງານ ແລະ ຄຸນງາມຄວາມດີຂອງ ທ່ານ ເລນິນ ດັ່ງນີ້:

ທ່ານ ເລນິນ ເກີດເມື່ອວັນທີ 22 ເມສາ 1870 ທີ່ເມືອງຊິມເບີກສ໌ເກີ ແຄມຝັ່ງແມ່ນໍ້າໂວນກາ ໃນຄອບຄົວປັນຍາຊົນ, ທ່ານ ເລນິນ ຮູ້ອ່ານໜັງສືແຕ່ອາຍຸ 5 ປີ, ເພິ່ນເປັນນັກຮຽນເກັ່ງ, ເປັນຜູ້ນຳຂອງການປະຕິວັດມະຫາສັງຄົມນິຍົມ ເດືອນຕຸລາ ລັດເຊຍ ປີ 1917, ເປັນຜູ້ນໍາໃຊ້ຢ່າງມີຫົວຄິດປະດິດສ້າງ ທິດສະດີຂອງມາກ ເຂົ້າໃນສະພາບຕົວຈິງຂອງປະເທດລັດເຊຍ ຈົນກາຍເປັນ ລັດທິ ມາກ-ເລນິນ ເຊິ່ງເປັນພື້ນຖານທາງດ້ານທິດສະດີຂອງ ຂະບວນການປະຕິວັດຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທົ່ວໂລກ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ຕໍ່ມາໄດ້ຫວນຄືນ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ – ສປ ຈີນ, ໂດຍຕະຫຼອດໄລຍະ 58 ປີ ຜ່ານມາ ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃນຂົງເຂດຕ່າງໆ ໄດ້ປະຕິບັດຕາມເນື້ອໃນການຕົກລົງຂອງ ການນໍາສູງສຸດຂອງ 2 ພັກ-2 ປະເທດ ລາວ-ຈີນ.

ຈາກນັ້ນ, ກໍໄດ້ຫວນຄືນມູນເຊື້ອການຕໍ່ສູ້ພິລະອາດຫານຂອງ ກອງທັບປະຊາຊົນ ຫວຽດນາມ ຕ້ານການຄອບຄອງຂອງພວກລ່າເມືອງຂຶ້ນແບບໃໝ່ ຈົນກ້າວໄປເຖິງໄຊຊະນະຂັ້ນສຸດທ້າຍ ໃນປີ 1975, ທັງສໍາເລັດການທ້ອນໂຮມປະເທດຊາດ ຫວຽດນາມ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງໜັກແໜ້ນ.

ມີ ຄະນະຫ້ອງ, ໂຮງຮຽນ ປກສ ຊັ້ນກາງ ເລກ 2, ກອງພັນເຄື່ອນທີ່ ແລະ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ

ໃນຕອນທ້າຍພິທີ ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນນີ້ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 71 ສະຫາຍ, ຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ 11 ສະຫາຍ, ຊັ້ນສິບເອກ ຂຶ້ນ ວາທີ 32 ສະຫາຍ, ຊັ້ນສິບໂທ ຂຶ້ນ ສິບເອກ 13 ສະຫາຍ ແລະ ໃຫ້ກຽດປະດັບຊັ້ນໂດຍ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.