ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດຫວຽດນາມ ຈັບກຸມຜູ້ຖືກສົງໄສຄ້າຂາຍຢາເສບຕິດຂ້າມຊາດ ເປັນຊາວໄຕ້ຫວັນ 3 ຄົນ ແລະ ຊາວ ຈີນອີກ 1 ຄົນ ທີ່ນະຄອນໂຮ່ຈິມິ່ນ ພ້ອມຂອງກາງເປັນຢາປະເພດເຄຕາມິນ ຫຼື ເປັນທີ່ຮູ້ຈັກກັນໃນຊື່ຢາເຄ ນ້ຳໜັກ 500 ກິໂລກຼາມ ຄິດເປັນມູນຄ່າ 21 ລ້ານໂດລາສະຫະລັດ.

ຂ່າວລາຍງານໃຫ້ຮູ້ວ່າ: ຫຼັງຈາກເຈົ້າໜ້າທີ່ຕຳຫຼວດຕິດຕາມຂະບວນການລັກລອບຄ້າຂາຍຢາເສບຕິດຢ່າງໃກ້ຊິດ ແລະ ໄດ້ນຳກຳລັງເຂົ້າຈັບກຸມ ແລະ ກວດສາງເກັບມ້ຽນສິນຄ້າແຫ່ງໜຶ່ງ, ເຊິ່ງພົບຢາເຄຊຸກເຊື່ອງຢູ່ໃນເຄື່ອງຈັກອຸດສາຫະກຳ ໂດຍກະຊວງຕຳຫຼວດຫວຽດນາມ ຖະແຫຼງ ການວ່າ ຢາເຄ ຈຳນວນຫຼວງຫຼາຍນີ້ ຖືກນຳເຂົ້າມາໃນປະເທດ ໂດຍມີປາຍທາງສົ່ງໄປໄຕ້ຫວັນ ແຕ່ບໍ່ມີລາຍລະອຽດວ່າ ມີຕົ້ນທາງມາຈາກໃສ.

ແນວໃດກໍຕາມ, ສື່ມວນຊົນທ້ອງຖິ່ນລາຍງານວ່າ ຢາເຄຈຳນວນເຄິ່ງໂຕນນີ້ມາຈາກປະເທດຈີນ ແລະ ກ່ອນໜ້ານີ້, ເຈົ້າໜ້າທີ່ຕຳຫຼວດຫວຽດນາມ ຫາກໍຈັບກຸມຊາຍຊາວໄຕ້ຫວັນ 2 ຄົນ ແລະ ຊາຍຊາວຫວຽດນາມ 1 ຄົນ ຮ່ວມກັນລັກລອບຂົນຢາໄອສ໌ ຫຼາຍກວ່າ 1 ໂຕນ ແລະ ຢາເຄ ອີກ 1 ໂຕນທີ່ນະຄອນໂຮ່ຈິມິ່ນ ໃນກາງເດືອນເມສາ ທີ່ຜ່ານມາ ແລະ ຢຶດຢາບ້າໄດ້ 1.5 ໂຕນໃນແຂວງເຫງະອານ ໃນຕົ້ນເດືອນພຶດສະພາ ນີ້.