ຜູ້ນຳ ຕວັກກີ ແລະ ອີຣັກ ຮ່ວມຫາລືດ້ານຄວາມໝັ້ນຄົງ

0
757

ໃນວັນທີ 16 ພຶດສະພາ, ປະທານາທິບໍດີ ຕວັກກີ ເຣເຈບ ແອໂດອັນ ຫາລືກັບ ນາຍົກລັດຖະມົນຕີ ອີຣັກ ອາດິວ ອັບດຸນ ມະດີ ຢູ່ທີ່ນະຄອນຫຼວງອັງກາຣາ ເມືອງຫຼວງຂອງຕວັກກີ ໂດຍຜູ້ນຳທັງສອງປະເທດ ໄດ້ຫາລືກັນກ່ຽວກັບ ຄວາມເປັນໄປໄດ້ໃນການເພີ່ມກຳລັງທະຫານ ລວມທັງເພີ່ມການຮ່ວມມືດ້ານການຮັກສາຄວາມໝັ້ນຄົງ ແລະ ຄວາມປອດໄພລະຫວ່າງກັນ.

ນອກຈາກນີ້, ຍັງໄດ້ຫາລືກ່ຽວກັບ ການຊ້ອມແປງທໍ່ສົ່ງນໍ້າມັນຈາກ ອີຣັກ ໄປ ຕວັກກີ, ການຊ້ອມແປງເຂື່ອນຈາກອຸທົກກະໄພໃນອີຣັກ ແລະ ການຟື້ນຟູພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍ ຈາກການຢຶດຄອງຂອງລັດອິສລາມ ໄອເອສ ໃນອີຣັກ.

ທ່ານ ແອໂດອັນ ຜູ້ນຳຕວັກກີ ເປີດເຜີຍ ຫຼັງການຫາລື ຢືນຢັນວ່າ:

ລັດຖະບານອີຣັກ ແລະ ລັດຖະບານຕວັກກີ ຈະຮ່ວມມືກັນຕໍ່ສູ້ກັບກຸ່ມກໍ່ການຮ້າຍຕ່າງໆ ຢ່າງກຸ່ມລັດອິສລາມ ໄອເອສ ແລະ ກຸ່ມກໍ່ການຮ້າຍໃນຕວັກກີ.