ໃນວັນທີ 10 ມິຖຸນາ 2019 ນີ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຄຸ້ມຄອງການອອກໃບຕາດິນ, ບັນຫາການອອກໃບຕາດິນຊ້ຳຊ້ອນ ແລະ ມາດຕະການແກ້ໄຂ ພ້ອມທັງລາຍງາຍຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແລະ ການເຊົ່າ-ສຳປະທານທີ່ດິນຂອງລັດ.

ໃນວາລະການລາຍງານຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການອອກໃບຕາດິນຊ້ຳຊ້ອນ ໄດ້ຍົກໃຫ້ເຫັນກ່ຽວກັບກໍລະນີໃບຕາດິນມີການຊ້ຳຊ້ອນ. ໃນນີ້, ຢູ່ແຂວງສະຫວັນ ນະເຂດ ມີ 44 ກໍລະນີ, ນະຄອນ ຫຼວງວຽງຈັນ 17 ກໍລະນີ, ແຂວງ ຈຳປາສັກ 15 ກໍລະນີ ແລະ ແຂວງໄຊຍະ ບູລີ ມີ 10 ກໍລະນີ. ຜ່ານການກວດກາພົບວ່າ: ເກີດຈາກ 8 ສາເຫດ ດັ່ງນີ້: 1. ການແຈ້ງເທັດວ່າໃບຕາດິນເສຍ ຫາຍແມ່ນກໍລະນີທີ່ເຈົ້າຂອງນໍາສິດນຳໃຊ້ທີ່ດິນໄດ້ເອົາໃບຕາດິນໄປຄໍ້າປະກັນ ເພື່ອກູ້ຢືມເງິນນໍາລະຫວ່າງບຸກ ຄົນກັບບຸກຄົນ ໂດຍບໍ່ຜ່ານການຈົດທະບຽນທີ່ດິນ. ຕໍ່ມາຜູ້ກ່ຽວໄດ້ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່-ທີ່ ດິນໄປແຈ້ງເທັດວ່າໃບຕາດິນເສຍຫາຍ. ແລ້ວສະເໜີຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂໍສຳເນົາໃບຕາດິນ. ຈາກນັ້ນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ສະເໜີສານຕັດສິນໃຫ້ອອກ
ໃບຕາດິນໃໝ່ ແຕ່ຕົວຈິງແລ້ວໃບຕາດິນສະບັບເດີມຍັງຢູ່ນໍາເຈົ້າໜີ້. ຈາກນັ້ນ, ກໍເອົາໃບຕາດິນໃໝ່ນີ້ໄປຄໍ້າປະກັນນໍາທະນາຄານອື່ນອີກ;

2. ແຈ້ງໃບເສຍພາສີທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ: ເກີດຂຶ້ນເນື່ອງຈາກມີການເອົາໃບຕາດິນແຈ້ງເສຍພາສີທີ່ດິນໄປຄໍ້າປະກັນກູ້ຢືມເງິນນໍາທະນາຄານໜຶ່ງ. ພາຍຫຼັງທີ່ດິນຕອນດັ່ງກ່າວ ໄດ້ມີການອອກໃບຕາດິນແລ້ວ ພັດເອົາໄປກູ້ຢືມເງິນນໍາທະນາຄານອື່ນອີກ; 3. ໃບແຜນທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ: ສາເຫດແມ່ນເກີດຈາກການເອົາໃບແຜນທີ່ດິນໄປຄໍ້າກູ້ຢືມເງິນນໍາທະນາຄານໜຶ່ງ ພາຍຫຼັງທີ່ໃບຕາດິນດັ່ງກ່າວໄດ້ມີການອອກໃບຕາດິນ ແລ້ວ ພັດເອົາໄປກູ້ຢືມເງິນກັບທະນາຄານອື່ນອີກ; 4. ໃບແຜນທີ່ດິນຊໍ້າຊ້ອນກັນ: ເປັນສາເຫດທີ່ນໍາໄປສູ່ການໃຫ້ເກີດໃບຕາດິນຊໍ້າຊ້ອນ ເນື່ອງຈາກວ່າເຈົ້າຂອງເອົາໃບແຜນທີ່ດິນຂາຍໃຫ້ບຸກຄົນອື່ນ ຫຼື ຄໍ້າປະກັນທະນາ ຄານ;

5. ໃບແຈ້ງເສຍພາສີທີ່ດິນຊໍ້າຊ້ອນກັນ: ດິນຕອນດຽວ ຂາຍໃຫ້ຫຼາຍຄົນ ແຕ່ຮັກສາເປັນໃບແຈ້ງເສຍພາສີທີ່ດິນ; 6. ໃບຕາດິນລັດ ແລະ ໃບຕາດິນບຸກຄົນຊໍ້າຊ້ອນກັນ: ຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນລັດໄດ້ນໍາເອົາໃບຕາດິນລັດໄປຄໍ້າປະກັນນໍາທະນາຄານ. ຫຼັງຈາກຫັນເປັນໃບຕາດິນບຸກຄົນແລ້ວ ໄດ້ນໍາໄປຄໍ້າປະກັນນໍາທະນາຄານອື່ນອີກ; 7. ລູກລັກ ເອົາໃບຕາດິນອອກຊື່ຂອງພໍ່-ແມ່ ປ່ຽນເປັນຊື່ຕົນ: ແມ່ນກໍລະນີທີ່ລູກເອົາໃບຕາດິນອອກຊື່ພໍ່ ຫຼື ແມ່ ໄປປ່ຽນເປັນຊື່ຂອງຕົນ ໂດຍບໍ່ໄດ້ຮັບການຕົກລົງເຫັນດີຈາກພໍ່-ແມ່. ຫຼັງ ຈາກນັ້ນ, ກໍເອົາໄປຄໍ້າປະກັນນໍາທະນາຄານ ແລະ 8. ກໍລະນີທີ່ມີຂໍ້ຂັດແຍ່ງທີ່ດິນ: ພາຍຫຼັງສານຕັດສິນໃຫ້ລົບລ້າງໃບຕາດິນ ແຕ່ຜູ້ທີ່ຖືກເສຍສິດບໍ່ຍອມເອົາໃບຕາດິນມາສົ່ງ, ກົງກັນຂ້າມ ໄດ້ເອົາໄປຄໍ້າປະກັນກັບບຸກຄົນ ອື່ນ ຫຼື ນິຕິບຸກຄົນ.

ສະນັ້ນ, ຈຶ່ງເປັນຊ່ອງວ່າງທີ່ເຈົ້າຂອງທີ່ດິນ ນອກຈາກເອົາເອກະສານດິນທີ່ບໍ່ແມ່ນໃບຕາດິນໄປຄໍ້ານໍາທະນາຄານໄດ້ແລ້ວ. ສໍາລັບບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ດີເວລາໄດ້ໃບຕາດິນ ກໍເອົາໄປຄໍ້ານໍາທະນາຄານອື່ນໆຕື່ມອີກ ພາໃຫ້
ເກີດມີປະກົດການເອກະສານຊໍ້າຊ້ອນ ຫຼື ໃບຕາດິນຊໍ້າຊ້ອນ, ເຊິ່ງຄວາມຈິງບໍ່ແມ່ນແຕ່ໃບຕາດິນຊໍ້າຊ້ອນ ແຕ່ຕົກໃນ 8 ກໍລະນີຂ້າງເທິງທີ່ໄດ້ສະຫຼຸບໄວ້ນັ້ນ.