ເຂົ້າຮ່ວມໂດຍ ພັທ ບຸນຫຼ້າ ສຸລິຍາ - ພັທ ສຸພາບ ສຸກຜາລີ

ໃນອາທິດຜ່ານມາ, ໜ່ວຍຊາວໜຸ່ມຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ເຂົ້າຮ່ວມໂດຍ ພັທ ບຸນຫຼ້າ ສຸລິຍາ ຮອງ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ສຸພາບ ສຸກຜາລີ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງ, ມີບັນດາແຂກຮັບເຊີນ ພ້ອມດ້ວຍຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.

ພັຕ ແສນໄຊ ພົນອາສາ ເລຂາໜ່ວຍຊາວໜຸ່ມ ຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາປະເມີນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2018 ແລະ ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 ພາຍໃຕ້ການຊີ້ນຳ-ນຳພາຂອງ ຄະນະພັກ ກອງບັນຊາການ ແລະ ຄະນະຮາກຖານຊາວໜຸ່ມ ປກສ ແຂວງ ວ່າ:

ໃນປີຜ່ານມາ, ໜ່ວຍຊາວໜຸ່ມຫ້ອງການເມືອງ ໄດ້ອອກແຮງແຂ່ງຂັນກັນຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວສ້າງຜົນງານປະກອບສ່ວນດ້ານຕ່າງໆ, ຖືກຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສາມາດຍາດໄດ້ຜົນງານຫຼາຍດ້ານ ເຊິ່ງສະແດງອອກໂດຍຜ່ານ ການສະຫຼຸບຕີລາຄາປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ບຸກທາງດ້ານແນວຄິດ ປະຕິບັດໄດ້ 90,38%, ດ້ານການຝຶກຝົນຫຼ່ໍຫຼອມ ປະຕິບັດໄດ້ 90,13%, ດ້ານການຈັດຕັ້ງ ປະຕິບັດໄດ້ 80,92% ແລະ ດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ປະຕິບັດໄດ້ 80,59%.

ພັຕ ແສນໄຊ ພົນອາສາ ເລຂາໜ່ວຍຊາວໜຸ່ມ ຫ້ອງການເມືອງ
ພັຕ ແສນໄຊ ພົນອາສາ ເລຂາໜ່ວຍຊາວໜຸ່ມ ຫ້ອງການເມືອງ

ທິດທາງແຜນຄາດໝາຍສູ້ຊົນໃນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ໃຫ້ສະມາຊິກຊາວໜຸ່ມ ພາຍໃນໜ່ວຍ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າເຮັດວຽກງານວິຊາສະເພາະ ທີ່ຕົນເອງຮັບຊອບ, ເອົາໃຈໃສ່ກະຕຸກຊຸກຍູ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ຕັ້ງໜ້າບຸກບືນສ້າງໜ່ວຍຂອງຕົນ ໃຫ້ກາຍເປັນໜ່ວຍ 4 ບຸກ ໃນອະນາຄົດ.

ພ້ອມນີ້, ກອງປະຊຸມ ຍັງໄດ້ທາບທາມຫາງສຽງຜູ້ທີ່ສະໝັກເປັນ ຄະນະຮາກຖານ ແລະ ຄະນະໜ່ວຍພັກຊາວໜຸ່ມ ຊຸດໃໝ່ ເພື່ອກະກຽມບຸກຄະລາກອນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຕົນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.