ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ບັນດາໜ່ວຍພັກທີ່ຂຶ້ນກັບອົງ ຄະນະພັກວິທະຍາຄານສັນຕິບານປະຊາຊົນ ທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018, ໃນວັນທີ 10 ມິຖຸນາ 2019, ໂດຍມີສະຫາຍ ພົຈວ ປອ ວັນເຮືອງ ນັນທະຈັກ ຄະນະພັກກະຊວງເລຂາອົງຄະ ນະພັກ ອຳນວຍການ ວສປ, ມີຄະນະພັກ, ຄະນະອຳນວຍການ, ເລຂາໜ່ວຍພັກຮາກ ຖານ, ພະນັກງານສະມາຊິກພັກພາຍໃນວິທະຍາຄານເຂົ້າຮ່ວມ.

ສະຫາຍ ພັອ ບຸນນ້ອມ ໄຊຍະພູມ ຮອງອຳນວຍການ ວສປ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019
ວ່າ: ການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄລຍະ 1 ປີຜ່ານມາ, ຄະນະພັກ ອຳນວຍການ ໄດ້ເອົາໃຈໃສ່ໃນການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 2 ມາດຕະຖານ, 4 ດ້ານ ແລະ 5 ເນື້ອໃນເປັນພື້ນຖານ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເພີ່ມທະວີການປັບປຸງແບບແຜນນຳພາວິທີເຮັດວຽກງານຂອງພັກໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ, ສະ ມາຊິກພະນັກງານ-ນັກຮົບທຸກສະຫາຍລ້ວນແລ້ວແຕ່ໄດ້ເຂົ້າຮ່ວມ ແລະ ດຳເນີນການສຳຫຼວດກວດກາ, ຈັດແບ່ງປະເພດປະຕິບັດຕາມຫຼັກການຕຳນິຕິຊົມຕົນເອງ, ຕິຊົມເຊິ່ງກັນແລະກັນ ບົນພື້ນຖານຄວາມສາມັກຄີ, ຊ່ວຍເຫຼືອໝູ່ຄະນະປຽບເໝືອນຊ່ວຍເຫຼືອຕົນເອງ.

ສາມາດຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ແລະ ພະນັກງານ-ນັກຮົບ ໄດ້ສະມາຊິກພັກເຂັ້ມແຂງ ມີ 471 ສະຫາຍ ຍິງ 77 ສະຫາຍ ກວມ 83,80%, ສະມາ ຊິກພັກແຂງ 81 ສະຫາຍ ຍິງ 10 ສະຫາຍ ກວມ 14,42 %, ສະມາຊິກພັກກາງ 10 ສະຫາຍ ຍິງ 3 ສະຫາຍ.
ສາມາດຕີລາຄາ ປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ມີ 7 ໜ່ວຍພັກ, ກົມກອງແຂງ-ໜ່ວຍພັກແຂງ ມີ 8 ໜ່ວຍ, ກົມກອງກາງໜ່ວຍ ພັກກາງ 7 ໜ່ວຍ.

ໃນນັ້ນ, ໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 7 ປີຕິດຕໍ່ກັນ ມີ 2 ໜ່ວຍຄື: ໜ່ວຍພັກຮາກຖານ ຄະນະວິຊາກົດ ໝາຍ ແລະ ໜ່ວຍພັກຮາກຖານຄະນະວິຊາສືບສວນ-ສອບສວນ; 6 ປີຕິດຕໍ່ກັນ ມີ 1 ໜ່ວຍຄື: ໜ່ວຍພັກຮາກຖານຄະນະວິຊາຕ້ານນັກສືບ; 5 ປີຕິດຕໍ່ກັນມີ 1 ໜ່ວຍພັກຄື: ໜ່ວຍພັກຫ້ອງຄຸ້ມຄອງນັກສຶກສາ ພ້ອມທັງໄດ້ຮັບທຸງໄຊນຳໜ້າ 1 ຜືນ ແລະ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 7 ໜ່ວຍພັກ, ມອບ ໂດຍສະຫາຍ ພົຈວ ປອ ວັນເຮືອງ ນັນທະຈັກ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ອົງຄະ ນະພັກ ວສປ ຈະສືບຕໍ່ໃນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ໂດຍປັບປຸງຍົກສູງຄຸນນະ ພາບ ຂອງໜ່ວຍພັກດ້ວຍການຍົກສູງບົດບາດຄວາມສາມາດນຳພາຂອງ ຄະນະໜ່ວຍພັກແຕ່ລະຂັ້ນ, ເອົາໃຈໃສ່ສຶກສາອົບຮົມກໍ່ສ້າງຖັນແຖວສະມາຊິກພັກພາຍໃນວິທະຍາຄານສັນຕິບານປະຊາຊົນໃຫ້ມີທາດແທ້ອຸດົມການໜັກແໜ້ນ, ຈົງຮັກພັກດີຕໍ່ພັກຊື່ສັດຕໍ່ໜ້າທີ່ ແລະ ມີຄວາມຮັບ ຜິດຊອບຕໍ່ປະເທດຊາດຕໍ່ປະຊາຊົນຢ່າງແທ້ຈິງ, ການຜັນຂະຫຍາຍພັກຕ້ອງຮັບປະກັນຄຸນນະພາບ, ເອົາໃຈໃສ່ຄຸ້ມຄອງປ້ອງກັນພັກ-ພະນັກງານດ້ວຍການເພີ່ມທະວີການກຳຈັດແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ-ພາຍ ໃນກົມກອງ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບຢ່າງທັນການ, ເດັດຂາດ, ເຂັ້ມງວດ ສືບຕໍ່ປັບປຸງ ລະບົບກົງຈັກການຈັດຕັ້ງພັກແຕ່ລະຂັ້ນໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ.