ເຂົ້າຮ່ວມໂດຍ ທ່ານ ຄຳສະເຫວີຍ ພົມມະຈັນ - ພັທ ຄຳສິງ ຮົ່ມດວງໄຊ - ພັທ ສອນເພັດ ກາສີອຸດົມ
ເຂົ້າຮ່ວມໂດຍ ທ່ານ ຄຳສະເຫວີຍ ພົມມະຈັນ - ພັທ ຄຳສິງ ຮົ່ມດວງໄຊ - ພັທ ສອນເພັດ ກາສີອຸດົມ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 6 ພຶດສະພາ 2019, ເຂົ້າຮ່ວມໂດຍ ທ່ານ ຄຳສະເຫວີຍ ພົມມະຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແກ້ວອຸດົມ, ພັທ ຄຳສິງ ຮົ່ມດວງໄຊ ຄະນະພັກ ກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພັທ ສອນເພັດ ກາສີອຸດົມ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງແກ້ວອຸດົມ, ມີບັນດາສະຫາຍຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກ ບັນດາອ້ອມຂ້າງເມືອງ ພ້ອມດ້ວຍສະມາຊິກພັກພາຍໃນ ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ພັຕ ວິໄລ ສີຫາລາດ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງແກ້ວອຸດົມ ຂຶ້ນຜ່ານຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕະຫຼອດໄລຍະ 5 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ທີ່ຈະໄດ້ພ້ອມກັນຮັກສາເສີມຂະຫຍາຍໃຫ້ດີຂຶ້ນກວ່າເກົ່າ ແລະ ບັນດາຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ.

ປັດຈຸບັນ, ມີຄະນະພັກຮາກຖານ 3 ສະຫາຍ ມີສະມາຊິກພັກທັງໝົດ 82 ສະຫາຍ ຍິງ 12 ສະຫາຍ, ສຳຮອງ 4 ສະຫາຍ ຍິງ 1 ສະຫາຍ ເປັນຄະນະພັກຮາກຖານໜຶ່ງພາຍໃຕ້ການຊີ້ນຳ-ນຳພາຂອງ ຄະນະປະຈຳພັກເມືອງ ມີພາລະບົດບາດເຄື່ອນໄຫວເປັນເສນາທິການ ໃຫ້ແກ່ອຳນາດການປົກຄອງເມືອງ ເພື່ອເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງສະແດງໃຫ້ເຫັນດັ່ງນີ້:

ໃນໄລຍະ 5 ປີ ຜ່ານມາ, ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງແກ້ວອຸດົມ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆ, ກົດລະ ບຽບຂອງພັກ ແລະ ຂໍ້ກຳນົດກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ, ຮ່ວມຊີວິດສຳຫຼວດກວດກາ, ເສຍເງິນບຳລຸງພັກ ແລະ ສ່ອງແສງລາຍງານປະຈຳອາທິດ, ປະຈຳເດືອນ ບໍ່ໄດ້ຂາດ, ຊີ້ນຳ-ນຳພາແຕ່ລະພະແນກ ເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນຕາມພາລະບົດບາດ, ສິດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍມີການຊຸກຍູ້ຕິດຕາມ ແລະ ກວດກາການຈັດຕັງປະຕິບັດໜ້າທີ່ວຽກງານ ຢ່າງເປັນປົກກະຕິ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ

ພ້ອມນັ້ນ, ກໍສາມາດຮັບປະກັນໃຫ້ແກ່ ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ພາຍໃນເມືອງ ໄດ້ໂດຍພື້ນຖານ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ເວົ້າລວມ, ເວົ້າສະເພາະ ເມືອງແກ້ວອຸດົມ ໄດ້ເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນສຳເລັດຜົນເປັນຢ່າງດີ ສຸມໃສ່ນຳພາວຽກງານກໍ່ສ້າງພັກ-ພະນັກງານ ແລະ ນຳພາອົງການຈັດຕັ້ງມະຫາຊົນ ໂດຍມີແຜນການ, ມີຈຸດສຸມ, ມີເປົ້າໝາຍ ແລະ ຄຸນນະພາບເປັນບັນຫາສຳຄັນ ມີຄວາມສາມັກຄີ ພາຍໃນໜ່ວຍພັກຢ່າງແໜ້ນແຟ້ນ ແລະ ແກ້ໄຂບັນຫາດ້ວຍຮູບການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ເພື່ອນຳພາກຳລັງປ້ອງກັນຄວາມສະຫງົບ ເມືອງແກ້ວອຸດົມ ການກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ, ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານ ຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກເລືອກຕັ້ງ 9 ສະຫາຍ ເລືອກເອົາ 7 ສະຫາຍ ໃນນີ້ກອງປະຊຸມຄັ້ງປະຖົມມະເລີກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພັທ ສອນເພັດ ກາສີອຸດົມ ເປັນເລຂາຄະນະພັກຮາກຖານ ຊຸດໃໝ່, ສະຫາຍ ພັທ ນັນທອນ ຄຳມັງ ເປັນຮອງເລຂາ ແລະ ສະຫາຍ ພັຕ ດາວເພັດ ເປັນ ຮອງເລຂາທັງເປັນປະທານກວດກາພັກ ແລະ ອີກ 4 ສະຫາຍ ເປັນຄະນະ ເພື່ອໄປຊີ້ນຳ-ນຳພາໜ່ວຍພັກ ແລະ ກົມກອງຂອງຕົນ ເຮັດສຳເລັດໜ້າທີ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.