ຖອດຖອນບົດຮຽນ ຄະນະກຳມະການຕ້ານການຄ້າມະນຸດ

0
1036

ໃນອາທິດຜ່ານມາ, ໜ່ວຍງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ຄົບຄະນະກຳມະການຕ້ານການຄ້າມະນຸດ ທົ່ວແຂວງຄໍາມ່ວນ, ເປັນປະທານໂດຍ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ພັທ ຄຳພອນ ສີກຸມພົນ ຮັກສາການຫົວໜ້າ ປກສ ແຂວງຄຳມ່ວນ, ມີຮອງເຈົ້າເມືອງ 10 ຕົວເມືອງ, ຮອງຫົວໜັາກອງບັນຊາການ 10 ຕົວເມືອງ ຕະຫຼອດຮອດ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ພູຂົງຂຸນ ໂນຫຼາດ ຮອງຫົວໜ້າຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວເຮັດວຽກງານ ຕ້ານການຄ້າມະນຸດ ປະຈຳປີ 2018 ແລະ ທິດທາງປະຈຳປີ 2019 ຂອງ ຄະນະກຳມະການຕ້ານການຄ້າມະນຸດ ໃນທົ່ວແຂວງ ວ່າ:

ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ
ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ

ໃນປີ 2018, ຄະນະກຳມະການຕ້ານການຄ້າມະນຸດ ແຂວງ ແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການລົງໂຄສະນາ ເພື່ອປູກຈິດສຳນຶກໃຫ້ພໍ່-ແມ່ປະຊາຊົນ ຮູ້ໄດ້ເຖິງຄວາມອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ສຶກສາອົບຮົມໃຫ້ບັນດາພະນັກງານພາກລັດ, ບັນດາຜູ້ປະກອບການ ສາມາດຮັບຮູ້ ແລະ ປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດ ເຊັ່ນ: ກົດໝາຍ ວ່າດ້ວຍ ກຳມະບານ, ກົດໝາຍ ວ່າດ້ວຍ ແຮງງານ, ກົດໝາຍ ວ່າດ້ວຍ ປະກັນສັງຄົມ, ກົດໝາຍ ວ່າດ້ວຍ ຕ້ານການຄ້າມະນຸດ ໃຫ້ບັນດານັກຮຽນນັກສຶກສາ, ຊາວໜຸຸ່ມ-ເຍົາວະຊົນ ຢູ່ບັນດາໂຮງຮຽນ ແລະ ພໍ່-ແມ່ປະຊາຊົນ ຢູ່ບັນດາບ້ານ ພາຍໃນ 5 ຕົວເມືອງ ຄື:

ເມືອງທ່າແຂກ, ເມືອງໜອງບົກ, ເມືອງຫີນບູນ, ເມືອງເຊບັ້ງໄຟ, ເມືອງມະຫາໄຊ ໄດ້ຢ່າງທົ່ວເຖິງ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງຈຳນວນ 4.635 ຄົນ ຍິງ 2115 ຄົນ.

ນອກນັ້ນ, ຍັງລົງເກັບກຳຂໍ້ມູນຕໍ່ກັບຜູ້ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ໄດ້ 2 ຄັ້ງ, 2 ເມືອງ ຄື: ເມືອງທ່າແຂກ ແລະ ເມືອງໜອງບົກ ໄດ້ປະສານສົມທົບກັບ ສະຫະພັນແມ່ຍິງ ເມືອງທ່າແຂກ ຊ່ວຍເຫຼືອ ແລະ ນຳສົ່ງເດັກຜູ້ທີ່ຖືກເຄາະຮ້າຍຄືນສູ່ຄອບຄົວໄດ້ 1 ຄົນ ແລະ ໃຫ້ຄຳປຶກສາແກ່ຜູ້ທີ່ມີບັນຫາໄດ້ 17 ຄັ້ງ ມີ 13 ຄົນ ຍິງ 12 ຄົນ; ໃນນີ້ບັນຫາທີ່ເດັ່ນກວ່າໝູ່ແມ່ນ ທາງສະຫະພັນແມ່ຍິງຂອງແຂວງ ໄດ້ຮັບຜູ້ຖືກເຄາະຮ້າຍຈາກ ຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ພ້ອມທັງນຳສົ່ງຜູ້ທີ່ຖືກເຄາະຮ້າຍດັ່ງກ່າວນັ້ນ ຄືນສູ່ຄອບຄົວໄດ້ຈຳນວນ 6 ຄົນ ຍິງ 3 ຄົນ.

ກອງປະຊຸມຖອດຖອນບົດຮຽນ ຄົບຄະນະກຳມະການຕ້ານການຄ້າມະນຸດ ທົ່ວແຂວງຄໍາມ່ວນ
ກອງປະຊຸມຖອດຖອນບົດຮຽນ ຄົບຄະນະກຳມະການຕ້ານການຄ້າມະນຸດ ທົ່ວແຂວງຄໍາມ່ວນ

ທິດທາງແຜນການ ໃນປີ 2019 ແມ່ນຈະໄດ້ຈັດຕັ້ງຂະຫຍາຍແນວງທາງນະໂຍບາຍພັກ, ລະບຽບກົດໝາຍຂອງລັດ-ຂອງລະບຽບການຕ່າງໆ ທີ່ກ່ຽວພັນເຖິງສົນທິສັນຍາສາກົນ ເພື່ອແນ່ໃສ່ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ມີຜົນສຳເລັດ, ອີກບັນຫາໜຶ່ງ ກໍເພື່ອປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຫຼັງຈາກນັ້ນ, ໃນກອງປະຊຸມຄັ້ງນີ້ ແມ່ນໄດ້ຜັດປ່ຽນກັນຂຶ້ນແລກປ່ຽນຄຳຄິດ-ຄວາມເຫັນຈາກ ຄະນະກຳມະການຂັ້ນແຂວງ, ຂັ້ນເມືອງ ແລະ ຈາກພະແນກການທີ່ກ່ຽວຂ້ອງ ເພື່ອຊອກຫາແນວທາງ ແລະ ວິທີການແກ້ໄຂຈາກໄພອັນຕະລາຍ ແລະ ເພື່ອເຮັດໃຫ້ຂະບວນການຄ້າມະນຸດດັ່ງກ່າວນັ້ນ ໝົດໄປຈາກສັງຄົມລາວເຮົາ.