ທ້າຍເດືອນພຶດສະພາຜ່ານມານີ້, ອຳນາດການປົກຄອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ປຸກເຮືອນໃຫ້ປະຊາຊົນບ້ານຫ້ວຍຈ້ວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດລົມພາຍຸພັດ ເມື່ອຕົ້ນເດືອນພຶດສະພາຜ່ານມາ, ນໍາພາໂດຍ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ, ມີທ່ານ ບຸນມີ ສີເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກກອງບັນຊາການທະຫານ ເມືອງ, ກອງພັນ 410, ກອງຮ້ອຍທະຫານຊາຍແດນ 153, ປກສ ກຸ່ມບ້ານພູ ແລ້ງ ແລະ ພະນັກງານຂອງເມືອງເຂົ້າຮ່ວມ.

ທ່ານ ນາງ ດາວວິນ ລາດຊະກິດ ກ່າວວ່າ: ການປຸກສ້າງເຮືອນໃນຈໍານວນ 10 ຫຼັງຄາເຮືອນ, ຄະນະກໍາມະການໄດ້ ນໍາອຸປະກອນ, ເຄື່ອງວັດສະດຸກໍ່ສ້າງທີ່ໄດ້ຮັບການຊ່ວຍເຫຼືອດ້ານວັດຖຸປັດໄຊຈາກພາກສ່ວນຕ່າງໆ ເຊິ່ງມີສັງກະສີ 400 ແຜ່ນ, ເຫຼັກຕະປູ ແລະ ເຄື່ອງມືການກໍ່ສ້າງຈຳນວນໜຶ່ງ ລວມມູນຄ່າທັງໝົດ 24 ລ້ານກວ່າກີບ, ຊ່ວຍປຸກສ້າງທີ່ຢູ່ອາໄສໃຫ້ປະຊາຊົນ ບ້ານຫ້ວຍຈ້ວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດລົມ ພາຍຸພັດເປ່ເພເສຍຫາຍ.

ໃນຕົ້ນເດືອນພຶດສະພາທີ່ຜ່ານມາມີເຮືອນປະຊາຊົນ, ຫ້ອງການບ້ານ, ຫໍພັກພະນັກງານຄູ-ແພດໝໍ ເສຍຫາຍຈໍາ ນວນ 119 ຫຼັງຄາ, ໃນນັ້ນ ເສຍຫາຍໜັກ 10 ຫຼັງຄາ, ມູນຄ່າເສຍຫາຍ 600 ລ້ານ ກວ່າກີບ, ຕໍ່ກັບຜົນເສຍຫາຍດັ່ງກ່າວ, ທາງການນໍາຂັ້ນແຂວງ ຂັ້ນເມືອງ ໄດ້ເອົາ ໃຈໃສ່ຊ່ວຍເຫຼືອເບື້ອງຕົ້ນ ເພື່ອຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ຄະນະຮັບຜິດຊອບຂັ້ນເມືອງ ໄດ້ນໍາພາປຸກເຮືອນທີ່ໃຊ້ການບໍ່ ໄດ້ ຈໍານວນ 10 ຫຼັງຄາເຮືອນ, ຈາກນັ້ນ ແມ່ນມອບໃຫ້ອຳນາດການປົກບ້ານນໍາພາປະຊາຊົນ ສືບຕໍ່ປັບປຸງໃຫ້ແໜ້ນໜາ.

ໃນໂອກາດການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ທ່ານຮອງເຈົ້າເມືອງໆຫົງສາ ໄດ້ເຂົ້າຮ່ວມເປີດຫົວບົດສອບເສັງຈົບ ຊັ້ນປະຖົມ ປ 5 ສູນສອບເສັງໂຮງຮຽນ ປະຖົມສົມບູນບ້ານຫ້ວຍຈ້ວງ, ພ້ອມ ທັງຢ້ຽມຢາມເບິ່ງການສອບເສັງເລື່ອນ ຊັ້ນມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ການສອບເສັງທົດສອບຈົບ ຊັ້ນ ມ 4 ແລະ ມ 7 ຢູ່ໂຮງຮຽນມັດທະຍົມສົມບູນບ້ານພູແລ້ງຕື່ມອີກ.