ທ່ານ ວິໄຊ ນະວຽງຈັນ ປະທານສະມາຄົມຊາວຫວຽດນາມ ຢູ່ ສປປ ລາວ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ໃນວັນທີ 11ມິຖຸນາ 2019 ເພື່ອປຶກສາຫາລືກ່ຽວກັບ ການອຳນວຍຄວາມສະດວກໃຫ້ຊາວຫວຽດນາມ ທີ່ມາອາໄສ ແລະ ປະກອບອາຊີບ ຢູ່ແຂວງຊຽງຂວາງ.

ທ່ານ ບຸນຕົ້ນ ຈັນທະພອນ ໄດ້ລາຍງານກ່ຽວກັບ ການຮ່ວມມື, ຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມື, ຄວາມສາມັກຄີພິເສດ, ແລກປ່ຽນບົດຮຽນ ສສ ຫວຽດນາມ ກໍຄື ບັນດາແຂວງແຮກສ່ຽວ ໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ແລະ ຊ່ວຍພັດທະນາຊັບພະຍາກອນມະນຸດ ກໍຄື ພະນັກງານ-ລັດຖະກອນ ແຂວງຊຽງຂວາງ ເພື່ອເປັນການຍົກສູງລະດັບຄວາມຮູ້-ຄວາມສາມາດແກ່ພະນັກງານ ແລະ ເປັນການພັດທະນາປະເທດຊາດກ້າວຂຶ້ນເລື້ອຍໆ.

ລາວ-ຫວຽດນາມ

ໂອກາດດຽວກັນ, ທ່ານປະທານສະມາຄົມຊາວຫວຽດນາມ ທົ່ວ ສປປ ລາວ ໄດ້ສະແດງຄວາມດີໃຈທີ່ທ່ານເຈົ້າແຂວງໆຊຽງຂວາງ ກໍຄື ບັນດາຊາວແຂວງຊຽງຂວາງ ທີ່ອຳນວຍຄວາມສະດວກ, ເບິ່ງແຍງ, ຊີ້ນຳຊາວຫວຽດນາມ ທີ່ມາດຳລົງຊີວິດຢູ່ແຂວງຊຽງຂວາງ ໂດຍຈຸດປະສົງຂອງການມາຢ້ຽມ ແຂວງຊຽງຂວາງ ຄັ້ງນີ້ ກໍເພື່ອປຶກສາຫາລື, ຮັບຄຳສະເໜີຈາກສະມາຄົມຊາວຫວຽດນາມ ຢູ່ແຂວງຊຽງຂວາງ ພ້ອມທັງປຸກລະດົມຊາວຫວຽດນາມ ຮູ້ກົດໝາຍ, ຄວາມສາມັກຄີ, ແນວທາງຂອງພັກ-ລັດ, ຮຽນຮູ້ວັດທະນາທຳຮີດຄອງປະເພນີ ແລະ ແລກປ່ຽນສີມືແຮງງານ, ພາສາ, ກິລາ, ສິລະປະ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດລາວ, ຮັກປະເທດລາວ ກໍຄື ຮັກບ້ານເກີດເມືອງນອນຂອງຕົນ.