ກອງພົນທະຫານຮາບທີ 2 ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນ ບົດຮຽນວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019 ໃນວັນທີ 4 ກໍລະກົດ 2019, ເປັນປະທານຂອງ ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງກອງພົນທີ 2, ມີ ພັອ ວຽງແກ້ວ ສີສຸລາດ ຫົວໜ້າການທະຫານກອງ ພົນທີ 2, ມີຫົວໜ້າຫ້ອງ-ຮອງຫ້ອງ, ພະແນກການ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດທີ່ຂຶ້ນກັບ ກອງພົນທີ 2 ເຂົ້າຮ່ວມ.

ພັທ ຄໍາພາ ພຸດຫຼຽນທອງ ຫົວໜ້າຫ້ອງການ ກອງພົນທີ 2 ໄດ້ ຂຶ້ນຜ່ານບົດສະຫຼຸບວ່າ: ຄະນະກອງພົນທະຫານຮາບທີ 2 ໄດ້ເອົາໃຈໃສ່ນຳພາກຳລັງພົນເຄື່ອນໄຫວເຮັດວຽກງານພະລາທິການເປັນປົກກະຕິຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານເປັນຢ່າງດີ ໂດຍປະຕິບັດຕາມເງື່ອນໄຂເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງນັ້ນ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານປູກຝັງ-ລ້ຽງສັດ ໃຫ້ເປັນສິນຄ້າເຂົ້າໃນປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນການປູກເຂົ້ານາປີ-ນາແຊງ, ສາລີ, ໝາກເດືອຍ, ມັນຕົ້ນ, ປູກ ກ້ວຍ ແລະ ປູກພືດຜັກລົ້ມລຸກຊະນິດຕ່າງໆຕາມລະດູການ, ປັດຈຸບັນກົມກອງ ມີເນື້ອທີ່ນາ 28,77 ເຮັກຕາ, ເນື້ອທີ່ປູກພືດຜັກຕ່າງໆ 23,47 ເຮັກຕາ, ເນື້ອທີ່ປູກພືດເປັນສິນຄ້າ 21,86 ແຮກຕາ, ປູກຕົ້ນໄມ້ອຸດສາຫະກຳ 80.000 ກວ່າຕົ້ນ, ປູກຕົ້ນໄມ້ກິນໝາກ 6.000 ກວ່າຕົ້ນ, ມີຄວາຍລ້ຽງ 55 ໂຕ, ງົວລຽງ 756 ໂຕ, ມີໜອງປາ 40 ໜອງ; ໃນນີ້, ປ່ອຍປາແລ້ວ ຈຳນວນ 530.000 ໂຕ, ລ້ຽງກົບ 39.000 ກວ່າໂຕ.

ກອງປະຊຸມກອງພົນທະຫານຮາບທີ 2 ສະຫຼຸບວຽກງານ 6 ເດືອນຕົ້ນປີ

ພ້ອມນັ້ນ, ໄດ້ເອົາໃຈໃສ່ຊີ້ນຳໃກ້ສິດຕິດແທດກັບບັນດາໂຄງການກໍ່ສ້າງສະຖານທີ່ຄ້າຍຄູ່ທີ່ຢູ່ອາໄສທີ່ຂັ້ນເທິງອະນຸມັດ ເປັນຕົ້ນ ແມ່ນໂຄງການກໍ່ສ້າງກອງພັນໃຫຍ່ 202 ຈຳນວນ 21 ໂຄງການ, ປະຕິບັດແລ້ວ 18 ໂຄງການ, ໂຄງການ ກໍ່ສ້າງກອງພັນນ້ອຍ 413 ຈຳນວນ 18 ໂຄງການ, ປະຕິບັດແລ້ວ 14 ໂຄງ ການ ແລະ ໂຄງການກໍ່ສ້າງກອງພັນນ້ອຍ 263 ຈຳນວນ 14 ໂຄງ ການ, ປະຕິບັດແລ້ວ 5 ໂຄງການ; ນອກຈາກນັ້ນ, ໂຄງການກໍ່ສ້າງ ທີ່ກົມກອງສາມາດກຸ້ມຕົນເອງໄດ້ ທັງໝົດ 89 ໂຄງການ ໃນນີ້ ມີໂຄງ ການສ້າງປະເພດຖາວອນ ມີ 8 ໂຄງການ ລວມມູນຄ່າ 2 ຕື້ 100 ລ້ານກວ່າກີບ; ກໍ່ສ້າງປະເພດເຄິ່ງຖາວອນ 26 ໂຄງການ ລວມມູນຄ່າ 475 ລ້ານກວ່າກີບ ແລະ ກໍ່ສ້າງປະເພດຊົ່ວຄາວ 7 ໂຄງການ ລວມມູນຄ່າທັງໝົດ 59 ລ້ານກວ່າກີບ.

ຕໍ່ໜ້າ, ຄະນະກອງພົນທະຫານຮາບທີ 2 ຈະສືບຕໍ່ຊີ້ນໍາ-ນຳພາບັນດາກຳລັງພົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເຄື່ອນໄຫວເຮັດຂົງເຂດວຽກງານຮອບດ້ານໃຫ້ເປັນປົກກະຕິ ໂດຍສະເພາະແມ່ນວຽກ ງານພະລາທິການຕາມເງື່ອນໄຂ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂ່ງດ້ວຍຕົນເອງ ໃນນັ້ນ, ຈະໄດ້ສຸມໃສ່ໃນການປູກຝັງ-ລ້ຽງສັດ ໃຫ້ເປັນສິນຄ້າ ແນໃສ່ຮັບປະກັນແກ້ໄຂຊີວິດການເປັນ ຢູ່ພາຍໃນກົມກອງຂອງຕົນຢ່າງພຽງພໍຢ່າງມີປະສິດທິພາບ.