ພະແນກຕຳຫຼວດຈະລາຈອນ ກອງ ບັນຊາການ ປກສ ແຂວງສະຫວັນນະ ເຂດ ໄດ້ປິດຊຸດຝຶກອົບຮົມວຽກງານເສຍ ຄ່າທຳນຽມທາງໄລຍະສັ້ນ ໃນວັນທີ 4 ສິງຫາ 2019 ເຂົ້າຮ່ວມຂອງ ພັທ ຄຳ ເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳ ຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ພັອ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ມີພະເເນກການຕ່າງໆ ພາຍໃນແຂວງ, ບັນດາຫ້ອງອ້ອມຂ້າງ ກອງບັນຊາການ ປກສ ແຂວງ, ພະແນກ ສ່ວຍສາອາກອນແຂວງ, ທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ ແລະ ນັກ ສຳມະນາກອນທີ່ມາຈາກ 14 ເມືອງ 1 ນະຄອນເຂົ້າຮ່ວມ.

ກອງປະຊຸມຈະລາຈອນແຂວງສະຫວັນນະເຂດ ຝຶກອົບຮົມເສຍຄ່າທຳນຽນທາງ

ພັທ ນີວັນ ຈູມມະນີ ຫົວໜ້າພະ ແນກຕໍາຫຼວດຈະລາຈອນເເຂວງ ກ່າວ ວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ດຳເນີນເປັນເວລາ 3 ວັນ ເຮັດໃຫ້ຄູຝຶກ ແລະ ນັກສຳມະນາກອນ ມີຄວາມຕັດສິນໃຈໃນການຖ່າຍທອດ ແລະ ຮັບເອົາບົດຮຽນຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ມີປະສິດທິຜົນສູງ, ມີຄວາມສຳເລັດຕາມຄາດໝາຍ ນັກສຳມະນາກອນແຕ່ລະສະຫາຍ ແມ່ນ ມີຄວາມເອົາໃຈໃສ່ ແລະ ຕັດສິນໃຈສູງໃນການເຂົ້າຮວມຝຶກອົບຮົມ ເປັນຕົ້ນເເມ່ນການປະຕິບັດໂມງເວລາຂຶ້ນຫ້ອງ, ການຮັບເອົາບົດຮຽນຈາກຄູຝຶກ, ການ ແລກປ່ຽນຖອດຖອນບົດຮຽນນຳຄູຝຶກ ແລະ ນັກສຳມະນາກອນດ້ວຍກັນ ສ່ວນຄູຝຶກ ກໍໄດ້ມີຄວາມເອົາໃຈໃສ່ສູງໃນການຄັດຈ້ອນນຳເອົາເນື້ອໃນສຳຄັນຂອງບົດຮຽນ ເພື່ອນຳມາສິດສອນ ແລະ ຖ່າຍ ທອດໃຫ້ນັກສຳມະນາກອນຮັບຮູ້ເຂົ້າໃຈ; ເຊິ່ງມັນສະເເດງອອກໃນການລົງພາກປະຕິບັດຕົວຈິງທົດລອງ ສາມາດຂຽນໃບສັ່ງໄດ້ທັງໝົດ 15 ໃບ, ເຮັດໃຫ້ຜູ້ຂັບຂີ່ເສຍຄ່າທຳນຽມທາງລົດໄດ້ເຖິງ 15 ຄັນ ເປັນເງິນ 9.342.000 ກີບ.

ກອງປະຊຸມຈະລາຈອນແຂວງສະຫວັນນະເຂດ ຝຶກອົບຮົມເສຍຄ່າທຳນຽນທາງ

ພັອ ວັນໄຊ ລີໄຊຍະລາດ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ ໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໃຫ້ນັກສຳມະນາກອນ ໃຫ້ນຳເອົາຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາ ນຳໄປຈັດຕັ້ງປະຕິບັດຢູ່ກົມກອງທ້ອງຖິ່ນ ທີ່ຕົນຮັບຜິດຊອບໃຫ້ມີຄວາມກ້າວໜ້າ ແລະ ສຳ ເລັດໜ້າທີ່ດີຂຶ້ນໄປເລື້ອຍໆ.