ຕັດສິນປ່ອຍຕົວນັກໂທດກ່ອນກຳນົດ 23 ຄົນ

0
2280

ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນ້ຳທາ ໄດ້ຕັດສິນປ່ອຍຕົວນັກໂທດຄະດີຄ້າຂາຍ ແລະ ມີຢາເສບຕິດໄວ້ຄອບ ຄອງກ່ອນກຳນົດ ຈໍານວນ 23 ຄົນ ໃນວັນທີ 22 ກໍລະກົດ 2019 ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເພື່ອ ໃຫ້ກັບຄືນສູ່ຄອບຄົວ ແລະ ເປັນຜູ້ທີ່ມີ ຄວາມ ກ້າວໜ້າໃນການຝຶກ ຝົນຫຼໍ່ຫຼອມຕົນເອງ, ມີຄວາມຮູ້ສຶກກິນ ແໜງແຄງໃຈ ແລະ ປະຕິ ບັດກົດລະບຽບຂອງຄ້າຍຄຸມຂັງ – ດັດສ້າງ, ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ຍາດພີ່ນ້ອງ ຂອງນັກໂທດທີ່ໄດ້ຮັບການຕັດສິນປ່ອຍຕົວເຂົ້າຮ່ວມ.

ນັກໂທດທີ່ໄດ້ຮັບການຕັດສິນປ່ອຍຕົວກ່ອນກຳນົດ ມີທັງໝົດ 23 ຄົນ, ຍິງ 2 ຄົນ; ໃນນີ້, ມີນັກໂທດຄະດີຄ້າ ຂາຍຢາເສບຕິດ 21 ຄົນ, ຄະດີມີຢາເສບຕິດໄວ້ຄອບຄອງ 2 ຄົນ. ບັນດານັກໂທດດັ່ງກ່າວ ແມ່ນນັກໂທດທີ່ຖືກສານຕັດສິນລົງໂທດຕາມລະບຽບກົດໝາຍ ແລະ ຖືກປະຕິບັດໂທດຢູ່ຄ້າຍຄຸມຂັງ – ດັດສ້າງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ.

ພ້ອມທັງໄດ້ຮັບການຕິດຕາມ, ສຶກສາອົບຮົມຢ່າງ ໃກ້ຊິດຕິດແທດຈາກເຈົ້າໜ້າທີ່ວິ ຊາສະເພາະທີ່ປະຈຳຢູ່ຄ້າຍຄຸມຂັງ – ດັດສ້າງ.

ຜ່ານການຕິດຕາມກວດກາ ແລະ ສຶກສາອົບຮົມພວກເຂົາ ເຫັນວ່າ:

ແຕ່ລະຄົນລ້ວນແຕ່ມີຄວາມຕື່ນຕົວ, ມີຄວາມກ້າວໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີຄວາມຮູ້ສຶກກິນ ແໜງແຄງໃຈທີ່ເຄີຍໄດ້ກະທຳຜິດມາກ່ອນ, ມີຄວາມຫ້າວຫັນໃນການອອກແຮງງານ ແລະ ປະຕິບັດກົດລະ ບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ເປັນຢ່າງດີ.

ການຕັດສິນປ່ອຍຕົວໃນຄັ້ງນີ້, ຖ້າຫາກວ່າພາຍໃນກຳນົດ 5 ປີ ບັນດານັກໂທດຫາກບໍ່ໄປກະທຳຜິດອີກໂທດທີ່ຍັງເຫຼືອກໍ່ຈະໝົດໄປ; ແຕ່ຖ້າຫາກພາຍໃນກຳນົດ 5 ປີ ຫາກໄປກະທຳຜິດອີກ ກໍຈະປະຕິບັດໂທດໃໝ່ລວມທັງ ໂທດເກົ່າທີ່ຍັງເຫຼືອ, ເຊິ່ງນັບແຕ່ມື້ປ່ອຍຕົວເປັນຕົ້ນໄປ.