ໄອຍະການ ປະຊາຊົນເຂດ I ຖອດຖອນບົດຮຽນ ດ້ານວິຊາການ ກັບ ປກສ 4 ເມືອງ

0
1712

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ດ້ານວິຊາການ ກັບ ຄະນະກອງບັນຊາການ ປກສ 4 ເມືອງ ຄື: ເມືອງໄຊ, ເມືອງຫຼາ, ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ, ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2019, ເປັນປະທານໂດຍ ທ່ານ ໄມ່ແກ້ວ ຈັນດາລາ ຮອງຫົວໜ້າອົງການໄອຍະການ ປະຊາຊົນເຂດ 1, ເຂົ້າຮ່ວມໂດຍ ທ່ານ ບຸນປັນ ສຸດຕິສັກ ຫົວໜ້າຂະແໜງອາຍາໄອຍະການ ປະຊາຊົນແຂວງ, ມີບັນດາຄະນະນຳອົງການໄອຍະການ ປະຊາຊົນເຂດ, ຫົວໜ້າຫ້ອງການ, ວິຊາການ ແລະ ຄະນະພັກ ປສກ 4 ເມືອງ ເຂົ້າຮ່ວມ.

ທ່ານ ໄມ່ແກ້ວ ຈັນດາລາ ໄດ້ຍົກໃຫ້ເຫັນສະພາບລວມ, ຈຸດພິເສດ ແລະ ທີ່ຕັ້ງໂດຍຫຍໍ້ ຂອງ ຂະບວນການວິວັດແຫ່ງການປັບປຸງ ແລະ ຂະຫຍາຍຕົວ ແຕ່ລະໄລຍະຂອງ ອົງການໄອຍະການ ປະຊາຊົນ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນອົງການໄອຍະການ ປະຊາ ຊົນເຂດ 1 ວ່າ:

ຜ່ານການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ຄະນະພັກ – ຄະນະນຳ ໄດ້ຖືເອົາວຽກງານສຶກສາອົບຮົມ ທາງດ້ານການເມືອງ – ແນວຄິດ ເປັນກົກ, ຊີ້ນຳ – ນຳພາ ສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ຢ່າງຕັ້ງໜ້າ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ. ເຊິ່ງໃນໄລຍະ 1 ປີ ຜ່ານມາ, ໄດ້ປະຕິບັດວຽກງານ ດັ່ງນີ້:

+ ເຂົ້າຮ່ວມປະຊຸມສານ ເພື່ອຕິດຕາມກວດກາ ຄຳຕັດສິນຂອງສານ ໄດ້ 30 ຄັ້ງ, ມີ 32 ເລື່ອງ ເຊັ່ນວ່າ:

  • ຄະດີແພ່ງ 20 ເລື່ອງ.
  • ຄະດີອາຍາ 12 ເລື່ອງ.

+ ຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານ ຢູ່ຫ້ອງການຍຸຕິທຳ 4 ເມືອງ ທີ່ຂຶ້ນກັບ ໄດ້ 12 ຄັ້ງ:

  • ມີຄະດີແພ່ງ 107 ເລື່ອງ, ຄ້າງມາ 90 ເລື່ອງ, ເຂົ້າໃໝ່ 17 ເລື່ອງ, ປະຕິບັດສຳເລັດ 11 ເລື່ອງ, ພວມປະຕິບັດ 88 ເລື່ອງ ແລະ ຄ້າງ 8 ເລື່ອງ.
  • ມີຄະດີອາຍາ 99 ເລື່ອງ, ຄ້າງມາ 92 ເລື່ອງ, ເຂົ້າໃໝ່ 7 ເລື່ອງ, ປະຕິບັດສຳເລັດ 7 ເລື່ອງ, ພວມປະຕິບັດ 80 ເລື່ອງ ແລະ ຄ້າງປະຕິບັດບໍ່ໄດ້ 12 ເລື່ອງ.

+ ຕິດຕາມກວດກາ ການປະຕິບັດກົດໝາຍ ຕາມສະຖານທີ່ກັກຕົວຄ້າຍຄຸມຂັງ – ດັດສ້າງ ຢູ່ໃນ 4 ເມືອງ ທີ່ຂຶ້ນກັບຄວາມຮັບຜິດຊອບ:

ມີຈຳນວນຜູ້ຖືກຫາທັງໝົດ 242 ຄົນ ຍິງ 12 ຄົນ, ໃນນັ້ນ ມີນັກໂທດ 17 ຄົນ ຍິງ 3 ຄົນ, ວຽກງານສືບສວນ – ສອບສວນ ໄດ້ອອກຄຳສັ່ງກັກຂັງພາງ ຈຳນວນ 106 ສະບັບ, ຄຳສັ່ງປ່ອຍຕົວຜູ້ຖືກຫາ 65 ສະບັບ, ກວດຄົ້ນເຄຫາສະຖານ 12 ສະບັບ, ຄຳສັ່ງຈັບຕົວ 49 ສະບັບ, ຄຳສັ່ງແນະນຳ 19 ສະບັບ, ຊັດມ້ຽນຄະດີ 14 ສະບັບ, ອອກໝາຍຮຽກ 20 ສະບັບ ແລະ ວຽກງານອື່ນໆອີກ.

ໃນກອງປະຊຸມ, ທ່ານ ບຸນປັນ ສຸດຕິສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິບັດວຽກງານ ທີ່ຜ່ານມາ ແລະ ສາມາດແກ້ໄຂ້ໄດ້ຫຼາຍຄະດີ ຢູ່ບັນດາເມືອງ ແລະ ແຂວງ ໄດ້ດີຕະຫຼອດມາ; ພ້ອມກັນນັ້ນ, ທ່ານຍັງໄດ້ແນະນຳວິທີການ ກວດກາແກ້ໄຂຄະດີໃຫ້ເຂັ້ມງວດ, ຖືກຕ້ອງ, ສອດຄ່ອງ ໄປຕາມຂັ້ນຕອນຂອງ ລະບຽບຫຼັກການ ແລະ ເປັນທຳ.