ປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ

0
1248

ໃນອາທິດຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກກັບ ອົງການປົກຄອງ ແຂວງອຸດົມໄຊ ຕ້ອນຮັບໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ເຂົ້າຮ່ວມມີ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ, ປະທານ – ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການຂອງແຂວງ, ບັນດາເຈົ້າເມືອງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ.

ທ່ານ ຄໍາພັນ ເຜີຍຍະວົງ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019 ຂອງ ແຂວງອຸດົມໄຊ ວ່າ:
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ

ໃນໄລຍະຜ່ານມາ, ແຂວງອຸດົມໄຊ ໄດ້ປະເຊີນກັບ ໄພພິບັດທາງດ້ານທໍາມະຊາດ, ພະຍາດສັດລະບາດ ແລະ ສັດຕູພືດ ທໍາລາຍຜົນລະປູກ, ແຕ່ໂດຍພາຍໃຕ້ການຊີ້ນໍາ – ນໍາພາຂອງ ກົມການເມືອງສູນກາງພັກ ກໍຄື ອົງຄະນະພັກແຂວງ, ເມືອງ ແລະ ການສູ້ຊົນພະຍາຍາມຂອງ ບັນດາພະແນກການ ຕະຫຼອດຮອດປະຊາຊົນບັນ ດາເຜົ່າ.

ເຊິ່ງມັນໄດ້ເຮັດໃຫ້ ແຂວງອຸດົມໄຊ ສາມາດຜ່ານຜ່າ ບັນດາຄວາມຫຍຸ້ງຍາກຕ່າງໆ ສະແດງອອກໃນການສາມາດດຶງດູດການລົງທຶນ ຢ່າງສະໝໍ່າສະເໝີ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ 6,8% ( ແຜນການ 7% ) ແລະ ມີສະຖຽນລະພາບທາງດ້ານການເມືອງ ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຮັກສາໄດ້ຄວາມສະຫງົບ ພາຍໃນແຂວງ.

ທ່ານເຈົ້າແຂວງ ໄດ້ມີຂໍ້ສະເໜີ ກ່ຽວກັບ ທຶນຮອນ ໃນການຍົກຍ້າຍຈັດສັນປະຊາຊົນ ຈໍານວນ 4 ບ້ານ ປະມານ 300 ຄອບຄົວ ແລະ ບັນຫາປະຊາຊົນຂາດເຂົ້າກິນ, ການຊົດເຊີຍຜູ້ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ.

ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍທີ່ ແຂວງອຸດົມໄຊ ມີຄວາມພະຍາຍາມຜ່ານຜ່າ ຄວາມ ຫຍຸ້ງຍາກຕ່າງໆ ໂດຍການແກ້ໄຂບັນຫາ ຢ່າງມີຈຸດສຸມ ແລະ ກ່ຽວກັບ ການກະກຽມເນື້ອໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ I ຄວນມີການປະສານສົມທົບກັນ ລະຫວ່າງ ບັນດາພະແນກການຂອງແຂວງ ກັບ ບັນດາກໍາມະການຂອງ ສະພາປະຊາຊົນແຂວງ, ກວດກາເບິ່ງຄືນ ສາເຫດທີ່ພາໃຫ້ ບໍ່ສາມາດບັນລຸໄດ້ບັນດາຄາດໝາຍ ໂດຍສະເພາະການບໍ່ບັນລຸໄດ້ ບັນດາຕົວຊີ້ວັດ ທາງດ້ານສາທາລະນະສຸກ, ສຶກສາທິການ ແລະ ກິລາ ຕະຫຼອດຮອດການພັດທະນາຊົນນະບົດ, ການລຶບລ້າງຄວາມທຸກຍາກ ເພື່ອໃຫ້ມີຈຸດສຸມໃນການແກ້ໄຂ ໃນ 6 ເດືອນທ້າຍປີນີ້.

ວຽກງານແຮງງານ ເຖິງຈະມີໂຮງຮຽນວິຊາຊີບ ແຕ່ເຫັນວ່າ: ອັດຕາການປະລະການຮຽນ ຍັງມີສູງ; ສະນັ້ນ, ສະເໜີໃຫ້ ອົງການຈັດຕັ້ງມະຫາຊົນ ກໍຄື ແນວລາວສ້າງຊາດ ຊ່ວຍໃນການປຸກລະດົມລູກຫຼານບໍ່ໃຫ້ປະລະການຮຽນ ແລະ ເຂົ້າຮຽນວິຊາຊີບຫຼາຍຂຶ້ນ.

ພ້ອມກັນນັ້ນ, ຄວນມີການສ້າງບຸກຄະລາກອນ ຢ່າງມີຈຸດສຸມ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ທາງດ້ານແຮງງານ; ສ່ວນໃນການດຶງດູດການລົງທຶນ ຄວນມີກົນໄກ ແລະ ນະໂຍບາຍທີ່ດີ ໃຫ້ສາມາດແກ້ໄຂໄດ້ ບັນດາສິ່ງກີດຂວາງຕ່າງໆ ເພື່ອໃຫ້ສອດຄ່ອງກັບ ນະໂຍບາຍ 3 ເປີດ ຂອງລັດຖະບານ.