ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ I

0
1630

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ນວ ) ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 24 ກໍລະກົດ 2019, ເປັນປະທານໂດຍ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ; ມີ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຮອງເຈົ້າຄອງ ນວ, ການນຳພັກ – ລັດ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ, ຫົວໜ້າພະແນກການ ອ້ອມຂ້າງ ພ້ອມດ້ວຍເເຂກຮັບເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ປອ ສິນລະວົງ ຄຸດໄພທູນ ກ່າວໄຂກອງປະຊຸມວ່າ:

ໃນໄລຍະ 6 ເດືອນຜ່ານມາ, ບັນດາອົງການຈັດຕັ້ງລັດ ອ້ອມຂ້າງ ນວ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2019 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາປະຊາຊົນ ນວ ທີ່ໄດ້ຮັບຮອງເອົາແລ້ວນັ້ນ, ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍປະການ.

ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນຳ ຢ່າງໃກ້ຊິດຂອງ ຄະນະພັກ, ອົງການປົກຄອງ ແລະ ຄວາມເປັນເຈົ້າການຮັບຜິດ ຊອບສູງຂອງ ທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ປະຊາຊົນ ຈຶ່ງເຮັດໃຫ້ບັນດາຄາດໝາຍ, ມາດຕະການຕ່າງໆທີ່ ກອງປະຊຸມສະພາປະຊາຊົນ ຮັບຮອງເອົານັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດ.

ຄຽງຄູ່ກັນນັ້ນ, ນະຄອນຫຼວງວຽງຈັນ ກໍສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດ ມີສະຖຽນລະພາບ ໂດຍພື້ນຖານ, ສ້າງສິ່ງແວດລ້ອມ ແລະ ເງື່ອນໄຂທີ່ເອື້ອຍອຳນວຍໃຫ້ແກ່ ການພັດທະນາ ນວ ນັບມື້ນັບພົ້ນເດັ່ນ ແລະ ດີຂຶ້ນ ເທື່ອລະກ້າວ.

ຈາກນັ້ນ, ທ່ານ ພູຂົງ ບັນນາວົງ ຫົວໜ້າພະ ແນກແຜນ ການ ແລະ ການລົງທຶນ ນວ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກ່າວວ່າ:
  • ການລົງທຶນທົ່ວສັງຄົມປະຕິບັດໄດ້ 10.569,88 ຕື້ ກີບ, ເທົ່າກັບ 69,91% ຂອງແຜນການປີ ( 15.120 ຕື້ກີບ ); ໃນນັ້ນ, ການລົງທຶນຂອງລັດປະຕິບັດ ໄດ້ 235 ໂຄງການ, ມູນຄ່າ 46,30 ຕື້ກີບ, ເທົ່າກັບ 40,02% ຂອງແຜນການປີ ( 115,70 ຕື້ກີບ ).
  • ການລົງທຶນຂອງ ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໄດ້ອອກອະນຸຍາດການລົງທຶນ ທັງໝົດ 1.169 ຫົວໜ່ວຍ, ມີມູນຄ່າອະນຸຍາດການລົງທຶນ ທັງໝົດ 21.502,72 ຕື້ກີບ ( ຄາດຄະເນການນຳເຂົ້າທຶນ ປະມານ 6.450,82 ຕື້ກີບ ), ເທົ່າກັບ 59,73% ຂອງແຜນການປີ ( 10.800 ຕື້ກີບ ).
  • ການຊ່ວຍເຫຼືອທາງການ ເພື່ອພັດທະນາປະຕິບັດໄດ້ 11 ໂຄງການ, ເປັນທຶນທັງໝົດ 447,76 ຕື້ກີບ, ເທົ່າກັບ 55,67% ຂອງແຜນການປີ ( 800 ຕື້ກີບ ).
  • ການລົງທຶນໃນຮູບແບບສິນເຊື່ອ ຈາກທະນາຄານ ປະຕິບັດໄດ້ 3.625 ຕື້ກີບ, ທຽບໃສ່ຄາດໝາຍທີ່ວາງໄວ້ 3.400 ຕື້ກີບ, ລື່ນແຜນການປີ 6,62%.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນວ ຊຸດທີ I ຈະດໍາເນີນເຖິງວັນທີ 26 ກໍລະກົດ 2019, ເຊິ່ງໃນກອງປະຊຸມ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນພິຈາລະນາ, ຮັບຮອງ, ປະ ກອບຄຳເຫັນໃສ່ຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ:

ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ອົງການປົກ ຄອງ ນວ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ແລະ ສະເໜີດັດແກ້ງົບປະມານ 6 ເດືອນທ້າຍປີ 2019 ຂອງ ນວ, ພິຈາລະນາ ແລະ ຮັບຮອງເອົາ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 7 ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ຂອງ ນວ.

ພ້ອມນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຟັງ ບົດລາຍງານການເຄື່ອນໄຫວວຽກງານຂອງ ອົງການໄອຍະການ ປະຊາຊົນ, ສານປະຊາຊົນ ນວ ແລະ ພາກສ່ວນກ່ຽວຂ້ອງ ໃນໄລຍະຜ່ານມາ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນປີ 2019 ຂອງ ຄະນະປະຈຳສະພາ ປະຊາຊົນ ນວ ແລະ ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງ ບຸກຄະລາກອນຂອງ ອົງການປົກຄອງ ນວ.