ພົບ ຂີ້ເຫຍື້ອເນົ່າ-ຊາກສົບ ໃນຕູ້ຄອນເທນເນີ 111 ຕູ້ ໃນສີລັງກາ – ກຽມສົ່ງຄືນ ອັງກິດ

0
968

ໃນວັນທີ 25 ກໍລະກົດນີ້, ສຳນັກຂ່າວ BBC ລາຍງານວ່າ:

ລັດຖະບານ ສີລັງກາ ຮຽກຮ້ອງໃຫ້ ທາງການອັງກິດ ນຳຂີ້ເຫຍື້ອເນົ່າເໝັນບັນຈຸໃນຕູ້ຄອນເທນເນີຫຼາຍກວ່າ 111 ຕູ້ ທີ່ສົ່ງມາຖິ້ມໃນປະເທດ ກັບຄືນໄປ ເຊິ່ງຄາດວ່າ ນຳເຂົ້າມາຕັ້ງແຕ່ປີ 2017 ແຕ່ຫາກໍຄົ້ນພົບ ໃນອາທິດຜ່ານມານີ້.

ພາຍຫຼັງ ເຈົ້າໜ້າທີ່ ພົບຄວາມຜິດປົກກະຕິຂອງຕູ້ຄອນເທນເນີ ເຊິ່ງຖືກຖິ້ມໄວ້ບໍລິເວນທ່າເຮືອ ເນື່ອງຈາກສົ່ງກິ່ນເໝັນເນົ່າໄປທົ່ວ ແລະ ເມື່ອກວດສອບກໍຕ້ອງຕົກໃຈ ເພາະຂີ້ເຫຍື້ອບາງສ່ວນ ເປັນຂີ້ເຫຍື້ອອັນຕະລາຍ ມີທັງເຂັມສັກຢາໃຊ້ແລ້ວ ແລະ ຊິ້ນສ່ວນສົບ.

Sri Lankans are up in arms over the alleged dumping of hazardous waste from Britain, including syringes and suspected human remains from mortuaries
Sri Lankans are up in arms over the alleged dumping of hazardous waste from Britain, including syringes and suspected human remains from mortuaries

ທ່ານ ສຸນິວ ຊະຢາຣັດຕະນີ ໂຄສົກພາສີອາກອນ ສີລັງກາ ເປີດເຜີຍວ່າ:

ຕູ້ຄອນເທນເນີ 111 ຕູ້ ບັນຈຸຂີ້ເຫຍື້ອທີ່ສົ່ງກິ່ນເໝັນ ແລະ ເນົ່າເປື່ອຍຈົນບໍ່ສາມາດຈຳແນກໄດ້ວ່າ ເປັນຂີ້ເຫຍື້ອປະເພດໃດ; ແນວໃດກໍຕາມ, ພົບວ່າບາງສ່ວນເປັນຂີ້ເຫຍື້ອພຼາສຕິກ, ເຄື່ອງນຸ່ງ ລວມເຖິງເຂັມສັກຢາ ແລະ ຊິ້ນສ່ວນສົບທີ່ຄາດວ່າ ມາຈາກສຸສານ.

ນອກຈາກນີ້, ຍັງພົບວ່າ ນັກທຸລະກິດຊາວສີລັງກາ ເປັນຜູ້ນຳເຂົ້າຂີ້ເຫຍື້ອເຫຼົ່ານີ້ ແລະ ຈະດຳເນີນການໃຫ້ຮັບຜິດຊອບ ດ້ວຍການສົ່ງຂີ້ເຫຍື້ອກັບໄປປະເທດຕົ້ນທາງ.

Authorities said that they had taken “immediate action to order the re-export of the 111 containers abandoned at the port”
Authorities said that they had taken “immediate action to order the re-export of the 111 containers abandoned at the port”

ດ້ານສຳນັກງານສິ່ງແວດລ້ອມຂອງອັງກິດ ກ່າວກັບ BBC ວ່າ:

ກຳລັງລາຍງານດັ່ງກ່າວ ແລະ ຍັງບໍ່ໄດ້ຮັບຄຳຮ້ອງຂໍໃຫ້ຂົນຂີ້ເຫຍື້ອກັບ ຢ່າງເປັນທາງການຈາກລັດຖະບານ ສີລັງກາ.