ນໍ້າຖ້ວມມຽນມາ ຕ້ອງອົບພະຍົບກວ່າ 9.400 ຫຼັງຄາເຮືອນ

0
737

ສຳນັກງານຈັດການໄພພິບັດຂອງມຽນມາ ລາຍງານ ໃນວັນທີ 25 ກໍລະກົດ ທີ່ຜ່ານມາ ວ່າ:

ເກີດເຫດນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ໃນ 8 ລັດ ເຊິ່ງໄດ້ແກ່ ລັດພະໂຄ, ມອນ, ຊິນ, ຢະໄຂ່, ກະສິ່ນ, ສະກາຍ, ມັດຂະເລ ແລະ ມະເກວ ເປັນເຫດໃຫ້ຕ້ອງອົບພະຍົບປະຊາຊົນ ອອກຈາກພື້ນທີ່ທີ່ບ້ານເຮືອນ ຖືກນໍ້າຖ້ວມສູງ; ຂະນະທີ່ ກະຊວງສະຫວັດດີການສັງຄົມ ບັນເທົາທຸກ ແລະ ການຕັ້ງຖິ່ນຖານ ກຳລັງປະສານກັບ ເຈົ້າໜ້າທີ່ທ້ອງຖິ່ນ ໃນການແຈກຍາຍເຂົ້າສານ ແລະ ສິ່ງຂອງບັນເທົາທຸກໃຫ້ແກ່ ຜູ້ປະສົບໄພ.

ເກີດເຫດນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ໃນ 8 ລັດ ຂອງມຽນມາ
ເກີດເຫດນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ໃນ 8 ລັດ ຂອງມຽນມາ

ໃນໄລຍະລະດູມໍລະສຸມ ຕັ້ງແຕ່ເດືອນມິຖຸນາ – ເດືອນກັນຍາ ເຊິ່ງມີທັງຝົນຕົກໜັກ ແລະ ລົມແຮງ, ມຽນມາ ມັກຈະເກີດນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນຢູ່ເປັນປະຈຳ ໂດຍສະເພາະ ໃນພື້ນທີ່ເນີນພູ ແລະ ພື້ນທີ່ທົ່ງພຽງຕໍ່າ.

ນໍ້າຖ້ວມມຽນມາ ລັດຖະບານ ເລັ່ງສົ່ງກຳລັງເຂົ້າຊ່ວຍເຫຼືອປະຊາຊົນ
ນໍ້າຖ້ວມມຽນມາ ລັດຖະບານ ເລັ່ງສົ່ງກຳລັງເຂົ້າຊ່ວຍເຫຼືອປະຊາຊົນ