ຮີດເວັບຮອບ 2 ແຜ່ຄຸມເອີຣົບ – ຝຣັ່ງຮ້ອນຈັດ ເປັນປະຫວັດສາດ

0
606
ວິກິດຮີດເວັບ ໃນເອີຣົບ

ໃນວັນທີ 24 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເອເອບພີ ລາຍງານ ສະຖານະການຄື້ນຄວາມຮ້ອນ ໃນທະວີບເອີຣົບ ວ່າ:

ເມືອງບອກໂດ ແຫຼ່ງທ່ອງທ່ຽວຍອກນິຍົມແຄມຝັ່ງ ທາງຕາເວັນອອກຂອງຝຣັ່ງ ມີອຸນຫະພູມສູງສຸດເປັນປະຫວັດສາດ ຢູ່ທີ່ 41,2 ອົງສາເຊ, ທຳລາຍສະຖິຕິເດີ່ມທີ່ 40,7 ອົງສາເຊ ໃນປີ 2003; ສ່ວນຂອງນະຄອນຫຼວງປາຣີ ອາດເພີ່ມຂຶ້ນຈົນທຳລາຍສະຖິຕິເກົ່າ 40,4 ອົງສາເຊ ທີ່ບັນທຶກໄວ້ ໃນປີ 1947 ໃນອີກບໍ່ດົນນີ້, ຂະນະທີ່ ທະວີບເອີຣົບ ກຳລັງປະເຊີນໜ້າກັບ ຄື້ນຄວາມຮ້ອນ ຫຼື ຮີດເວບ ຮອບທີ 2.

ວິກິດຮີດເວັບ ໃນເອີຣົບ

ອົງການອຸຕຸນິຍົມວິທະຍາໂລກ ( WMO ) ໜ່ວຍງານພາຍໃຕ້ ສະຫະປະຊາຊາດ ( UN ) ລະບຸວ່າ: ຄື້ນຄວາມຮ້ອນ ທີ່ກຳລັງເກີດຂຶ້ນ ໃນທະວີບເອີຣົບຂະນະນີ້ ສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງ ວິກວິດສະພາບອາກາດປ່ຽນແປງ ຫຼື ໂລກຮ້ອນ.

ວິກິດຮີດເວັບ ໃນເອີຣົບ

ທັ້ງນີ້, ທ່ານ ນາງ ແຄວ ນູນລິສ ໂຄສົກຂອງ WMO ຢືນຢັນວ່າ:

ຂໍ້ມູນບົ່ງຊີ້ເຖິງ ການເກີດປະກົດການດັ່ງກ່າວ ໃນໄລຍະເດືອນມິຖຸນາ ເຊິ່ງເປັນລະດູຮ້ອນ ໃນທະວິບເອີຣົບ ມີຄວາມຖີ່ຫຼາຍຂຶ້ນ ແລະ ທະວີຄວາມຮຸນແຮງຂຶ້ນເລື້ອຍໆ.

“ບັນຫານີ້ ຈະບໍ່ຫາຍໄປຫຼ້າໆ” ທ່ານ ນາງ ນູນລິສ ກ່າວເຕືອນ.

ວິກິດຮີດເວັບ ໃນເອີຣົບ

ຂະນະທີ່ ບໍລິເວນທີ່ຄາດວ່າ ຈະຮ້ອນທີ່ສຸດໃນເອີຣົບ ໄດ້ແກ່:

ປະເທດແບນຊິກ ເຊິ່ງປະກາດເຕືອນສະພາບອາກາດຮ້ອນຮຸນແຮງ ຂັ້ນສີແດງສູງສຸດ ທົ່ວປະເທດ ເຊັ່ນດຽວກັບ ແຕວ້ນຊາຣາໂກຊາ ຂອງປະເທດແອັດສະປາຍ, ເຢຍລະມັນ ແລະ ໂຮນລັງ ທີ່ປະກາດໃຊ້ມາດຕະການຮັບມືສຸກເສີນແຫ່ງຊາດ.

ສ່ວນທີ່ປະເທດອັງກິດ ຄາດວ່າ: ອຸນຫະພູມຈະສູງເກີນ 35 ອົງສາເຊ ເຊິ່ງສູງເປັນປະຫວັດສາດ ເຊັ່ນກັນ.

ວິກິດຮີດເວັບ ໃນເອີຣົບ
ວິກິດຮີດເວັບ ໃນເອີຣົບ
ວິກິດຮີດເວັບ ໃນເອີຣົບ
ວິກິດຮີດເວັບ ໃນເອີຣົບ