ທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ

0
1578

ພິທີຖະແຫຼງຂ່າວຮັບຮອງເອົາແຫຼ່ງທ່ອງທ່ຽວທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ໄດ້ຈັດຂຶ້ນວັນທີ 25 ກໍລະກົດ 2019 ທີ່ຫໍວັດທະນະທຳແຫ່ງຊາດ; ໃຫ້ກຽດຖະແຫຼງຂ່າວໂດຍ ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກ, ມີທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ, ມີຕາງໜ້າບັນດາກະຊວງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

 ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ໃນພິທີ, ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ກ່າວວ່າ:

ພາຍຫຼັງໄດ້ດຳເນີນການຕິດຕາມກວດກາ ປະເມີນຜົນ ທົ່ງໄຫຫີນ ແຂວງຊຽງຂວາງ ມາເປັນເວລາ 20 ກວ່າປີ. ເລີ່ມແຕ່ປີ 1998 ເປັນຕົ້ນມາ, ໂດຍປະສານສົມທົບກັບຫຼາຍພາກສ່ວນນັບແຕ່ຮາກຖານບ້ານ ແລະ ອົງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ສຳຫຼວດ ມີໄຫຫີນທັງໝົດ ຈຳນວນ 1.325 ໄຫ, ຝາປິດໄຫ 215 ອັນ ແລະ ກ້ອນຫີນ 399 ກ້ອນ ໃນພື້ນທີ່ 11 ແຫຼ່ງໄຫຫີນ ທີ່ໄດ້ຂໍຂຶ້ນທະບຽນເຂົ້າເປັນມໍລະດົກໂລກ ຂອງອົງການອຸຍເນັສ໌ໂກ.

 ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ
ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ

ດັ່ງນັ້ນ, ໃນກອງປະຊຸມຄະນະກຳມະ ການມໍລະດົກໂລກ ຄັ້ງທີ 43 ຈຶ່ງໄດ້ປະກາດຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ໃນວັນທີ 6 ກໍລະກົດ 2019, ເຊິ່ງທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຮັບການພິຈາລະນາຮັບຮອງເອົາເຂົ້າໃນບັນຊີມໍລະດົກໂລກ ພາຍໃຕ້ມາດຖານ III ແຫຼ່ງມໍລະດົກໂລກດ້ານບູຮານວິທະຍາສະໄໝບູຮານ ທີ່ມີອາຍຸຫຼາຍກວ່າ 2.000 ປີ.

 ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ
ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ


ມາຮອດປັດຈຸບັນນີ້, ສປປ ລາວ ມີແຫຼ່ງມໍລະດົກໂລກ ທັງໝົດ 3 ແຫ່ງ ຄື: ເມືອງຫຼວງພະບາງ, ວັດພູຈໍາປາສັກ ແລະ ທົ່ງໄຫຫີນຊຽງຂວາງ; ສະນັ້້ນ, ຂໍຖືໂອກາດນີ້ ຮຽກຮ້ອງໃຫ້ບັນດາທ່ານ ກໍຄືສື່ມວນຊົນທຸກທົ່ວໜ້າ ຈົ່ງ ພ້ອມກັນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງຂວາງຍິ່ງຂຶ້ນ ເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົົ້າມາທ່ຽວຊົມປະເທດເຮົາໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນທົ່ງໄຫຫີນຊຽງຂວາງ ໃຫ້ກາຍເປັນໃບໜ້າໃບຕາອັນໃໝ່ ເປັນແຫຼ່ງທ່ອງທ່ຽວທີ່ໂດດເດັ່ນອີກແຫ່ງໜຶ່ງຂອງ ສປປ ລາວ ສົມກັບເປັນມໍລະ ດົກໂລກຢ່າງແທ້ຈິງ.

 ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ
ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ