ກອງບັນຊາການ ປກສ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 ); ໃນວັນທີ 26 ກໍ ລະກົດ 2019 ແລະ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019 ). ປາຖະກະຖາໂດຍ ພັທ ຊຽງພັນ ອິນທະບັນຍາ ຮັກສາ ການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ມີພະນັກງານ-ນັກຮົບ ເຂົ້າຮ່ວມ.

 ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )
ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )

ພັທ ຊຽງພັນ ອິນທະປັນຍາ ກ່າວວ່າ:

ປະທານ ສຸພານຸວົງ ເກີດ ວັນທີ 13 ກໍລະກົດ 1909 ທີ່ ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ; ເປັນໂອຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມຄໍາອ້ວນ, ມີເອື້ອຍ-ນ້ອງ 2 ຄົນ ຄື: ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງ ຈິນດາ ຣັດສະໝີ, ມີອ້າຍ-ນ້ອງຕ່າງມານດາ 2 ຄົນ; ເມື່ອອາຍຸໄດ້ 7 ປີ ທ່ານ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີ່ຫຼວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນຫຼາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະນະດີເລີດມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ; ກາງປີ 1920 ທ່ານໄດ້ໄປຮຽນຕໍ່ມັດທະຍົມຢູ່ອານແບກ ຊາໂຣ ທີ່ຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ນັ້ນເພິ່ນໄດ້ຕັ້ງໃຈຮຽນ; ທັງວິຊາທໍາມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສິລະປະ-ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ. ເພິ່ນມີພອນສະຫວັນໃນດ້ານແຕ້ມຮູບ ແລະ ຂຽນບົດກະວີ, ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄວ້ນອິນດູຈີນ; ປີ 1931 ທ່ານໄດ້ໄປສຶກສາຕໍ່ຢູ່ທີ່ປະເທດຝຣັ່ງ ຢູ່ທີ່ມະຫາວິທະຍາໄລຂົວທາງແຫ່ງຊາດ; ທ່ານມີພອນສະຫວັນໃນ ການຮຽນຮູ້ພາສາຂອງຊາດຕ່າງໆ ເຊິ່ງເພິ່ນສາມາດເວົ້າໄດ້ເຖິງ 10 ພາສາ ທີ່ໃຊ້ຫຼາຍໃນສາກົນ, ປີ 1937 ປະທານ ສຸພານຸວົງ ໄດ້ຮັບໃບປະກາສະນີຍະບັດວິສາວະກອນຂົວທາງ ທີ່ຝຣັ່ງ ເປັນຄົນທໍາອິດຂອງປະເທດລາວ.

 ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )
ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )

ທ່ານໄດ້ກັບຄືນ ອິນດູຈີນ ໂດຍໄດ້ຮັບລາຊະການ ໃນຂະແໜງໂຍທາທິການ ປະຈໍາຢູ່ ຍາຈາງ ສສ ຫວຽດນາມ; ໄລຍະ 3 ປີ ທ່ານໄດ້ສໍາເລັດການສ້າງຂົວທາງເລກທີ 14 ແລະ ໂຄງການ ເຂື່ອນໄຟຟ້ານໍ້າຕົກ, ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກ ທີ 13 ຢູ່ປະເທດກໍາປູເຈຍ; ຕໍ່ມາທານໄດ້ຮັບການແຕ່ງຕັ້ງໄປຮັບລາຊະກການຢູ່ເມືອງພິນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກ ທີ 23 ແລະ ຂົວເຊບັງຫຽງ; ເດືອນ ຕຸລາ ປີ 1945. ປະທານ ສຸພານຸວົງ ໄດ້ກັບຄືນລາວຕາມເສັ້ນທາງເລກ 9, ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເຊໂປນ ທຸກຊັ້ນຄົນ.

ໃນວັນທີ 21 ມີນາ 1946 ທະຫານຝຣັ່ງ ໄດ້ຢຶດເອົາ ຕົວເມືອງທ່າແຂກ ແລະ ໄດ້ເຂັນຂ້າປະຊາຊົນຢ່າງປ່າເຖື່ອນ; ເຊິ່ງພວກເຂົາໃຊ້ທັງເຮືອບິນສູ້ຮົບ ແລະ ປືນໃຫຍ່, ປະທານ ສຸພານຸວົງ ໄດ້ຮັບບາດເຈັບສາຫັດ, ປີ 1949 ພະຍາຄໍາມ້າວ ວິໄລ ນາຍົກລັດຖະມົນຕີ ຂອງລັດຖະບານຊົ່ວຄາວລາວອິດສະຫຼະພັດຖິ່ນທີ່ບາງກອກ ໄດ້ປະກາດຍຸບລັດຖະບານຊົ່ວຄາວອິດສະຫຼະ ແລ້ວພະຍາຄໍາມ້າວ ພ້ອມຄະນະຈໍານວນໜຶ່ງໄດ້ກັບຄືນມາຍອມຝຣັ່ງ; ແຕ່ ປະທານ ສຸພານຸວົງ ແລະ ເຈົ້າເພັດ ຊະຣາດ ໄດ້ປະກາດຕໍ່ສູ້ຕ້ານຝຣັ່ງ ຕໍ່ໄປ; ປີ 1964-1969 ສົງຄາມ ພິເສດທີ່ຈັກກະພັດອາເມລິກາ ດໍາເນີນຢູ່ລາວ ໄດ້ຂຶ້ນສູ່ລະດັບສູງ; ການຕໍ່ສູ້ຂອງແນວລາວຮັກຊາດ ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດ ຈໍາໃຫ້ຝ່າຍກົງກັນຂ້າມ ຕ້ອງຍອມເຈລະຈາ.

 ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )
ກອງປະຊຸມ ປາຖະກະຖາມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍ ລະກົດ 2019 )

ໃນວັນທີ 1-2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເອກະສັນແຕ່ງຕັ້ງ ປະທານ ສຸພານຸວົງ ເປັນປະທານປະເທດຄົນທໍາອິດ ຂອງ ສປປ ລາວ ແລະ ເປັນ ປະທານສະພາປະຊາຊົນສູງສຸດ; ນັບແຕ່ປີ 1975-1995 ປະທານ ສຸພານຸວົງ ໄດ້ນໍາພາປະຊາຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນໍາພາປະຊາຊົນດໍາເນີນພາລະກິດປ່ຽນແປງໃໝ່ ແລະ ນໍາພາປະຊາຊົນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືືອງເທື່ອລະກ້າວ.

 ປະທານ ສຸພານຸວົງ
ປະທານ ສຸພານຸວົງ

ທ່ານຍັງໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນ ເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ; ສະໄໝອົງການແນວລາວສ້າງຊາດ ແຕ່ລະຂັ້ນໄດ້ຕັ້ງໜ້າສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຕີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ໃນວົງຄະນະຍາດແຫ່ງຊາດ; ບົນພື້ນຖານພັດທະນາກຳມະກອນ-ຊາວນາ ພາຍໃຕ້ການຊີ້ນຳຂອງພັກ, ເຕົ້າໂຮມທຸກກຳລັງການຈັດຕັ້ງສັງຄົມຢ່າງກວ້າງຂວາງ, ເຂົ້າຮ່ວມປະຕິບັດ; ສອງໜ້າທີ່ຍຸດທະສາດຂອງພັກ, ເສີມຂະຫຍາຍສິດເສລີພາບ ປະຊາທິປະໄຕ ຂອງພົນລະເມືອງ, ແກ້ໄຂແນວຄິດລະຫວ່າງເຜົ່າ; ດ້ວຍການປະສານສົມທົບກັບອົງການ ຈັດຕັ້ງພັກ-ລັດ, ການຈັດຕັ້ງພາຄີ ໃນການສຶກສາອົບຮົມມູນເຊື້ອ ຂອງຊາດ-ຂອງພັກ, ມີການຈັດຕັງກອງປະຊຸມເຈົ້າກົກເຈົ້າເລົ່າລະດັບຕ່າງໆໃນທົ່ວປະເທດ.

ສູນກາງແນວລາວສ້າງຊາດ ໄດ້ມີການພົວພັນຮ່ວມມືກັບອົງການຈັດຕັ້ງແນວໂຮມ ແລະ ອົງ ການຈັດຕັງທີ່ກ່ຽວຂ້ອງຂອງບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອມິດ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງພັກ; ເພີ່ມມິດ-ຫຼຸດຜ່ອນສັດຕູ ມີການພົວພັນຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນດ້ານວິຊາການ; ວຽກງານບຳລຸງສ້າງພະນັກງານນັບແຕ່ຂັ້ນສູນກາງ ລົງຮອດທ່ອງຖິ່ນ.